09/07/2026
ໂອກາດມາຮອດແລ້ວ! ເປີດຮັບສະໝັກດ່ວນ eFOOTBALL console Activity! ⚽️🔥
ໂອກາດສຸດພິເສດໃນງານສະຫຼອງຄົບຮອບ 7 ປີ ກຸ່ມບໍລິສັດ ລາວໂທລະຄົມ 🚀
ຮ່ວມມ່ວນຊື່ນ ແລະ ຊິງເງິນລາງວັນລວມສູງເຖິງ 3.000.000 KIP! 💸
🚨 ຢໍ້າ! ຮັບຈຳກັດພຽງແຕ່ 8 ຄົນເທົ່ານັ້ນ! ຊ້າຄືພາດ, ເຕັມແລ້ວປິດຕົວກັນເລີຍ!
ລິ້ງສະໝັກ👇🏻
https://docs.google.com/forms/d/e/1FAIpQLSc_QEgN6GX1MrWhzPh7hj8hlfJSylTRIpK0nXs64xGhV7kEAw/viewform?usp=header
📍 ເຈີກັນວັນທີ 11/7/2026 ນີ້ (ມື້ດຽວເທົ່ານັ້ນ)
🏢 ທີ່ Parkson
ໃຜໝັ້ນໃຈໃນຝີມື ຟ້າວທັກອິນບັອກມາລົງທະບຽນດ່ວນໆເລີຍຄຮັບ! ແລ້ວເຈີກັນ! 👊💥
06/07/2026
ສະຫຼຸບການແຂ່ງຂັນຂອງ ທີມ Niightmare Esports Niightmare Esports ໃນຮອບ Wild Card
Nightmare Esports ຕົວແທນໜຶ່ງດຽວຈາກປະເທດລາວ ໄດ້ສິ້ນສຸດການແຂ່ງຂັນໃນຮອບ Wild Card ຢ່າງເປັນທາງການ ແລະ ບໍ່ສາມາດຜ່ານເຂົ້າສູ່ຮອບຕໍ່ໄປໄດ້ ໂດຍທີມຈະມີກຳນົດການເດີນທາງກັບຄືນສູ່ປະເທດລາວໃນໄວໆນີ້.
ຂໍສະແດງຄວາມຂອບໃຈ ແລະ ຍົກຍ້ອງໃນຄວາມທຸ່ມເທ, ຄວາມອົດທົນ ຂອງນັກກິລາ ແລະ ສະຕາຟໂຄ້ດທຸກທ່ານ ທີ່ໄດ້ເປັນຕົວແທນນຳເອົາທຸງຊາດລາວໄປໃນເວທີລະດັບໂລກຄັ້ງນີ້ ພ້ອມທັງຂໍຂອບໃຈແຟນກິລາຊາວລາວທຸກໆທ່ານ ທີ່ຮ່ວມສົ່ງແຮງໃຈໃຫ້ທີມຕະຫຼອດໄລຍະການແຂ່ງຂັນ.
🔥
03/07/2026
ຈາກຜົນການແຂ່ງຂັນໃນຮອບ Cross-Group Gauntlet (Round 1), ທີມ Nightmare Esports (NME) 🇱🇦 ສາມາດເອົາຊະນະ ທີມ MGLZ 🇲🇳 ມາດ້ວຍສະກໍ 2 - 1, ເຮັດໃຫ້ພວກເຂົາຜ່ານເຂົ້າສູ່ຮອບ Round 2 ໄດ້ສຳເລັດ.
ໂດຍໃນຮອບຕໍ່ໄປ ພວກເຂົາຈະເຂົ້າໄປພົບກັບ ທີມ FLCM (ຕົວແທນຈາກໂຊນ MENA) ເພື່ອຊີງສິດເຂົ້າສູ່ຮອບຕໍ່ໄປ.
📌 Cross-Group Gauntlet - Round 2 Matchup
⚔️ Nightmare Esports (NME) 🇱🇦 VS 🇲🇪 FLCM
ຂໍເຊີນຊວນແຟນກິລາອີສະປອດທຸກທ່ານ ຕິດຕາມການແຂ່ງຂັນ ແລະ ຮ່ວມສົ່ງກຳລັງໃຈໃຫ້ກັບທັບນັກກິລາລາວໃນການແຂ່ງຂັນສຳຄັນນີ້ດ້ວຍ.
03/07/2026
ລາຍງານຜົນການແຂ່ງຂັນຢ່າງເປັນທາງການ
ສະຫລຸບຜົນສະກໍການແຂ່ງຂັນຂອງ ທີມ Nightmare Esports ໃນຮອບ WILD CARD DAY 2 ວັນທີ 2 ກໍລະກົດ 2026 ທີ່ກຸງປາຣີ ປະເທດຝຣັ່ງເສດ
Match 1: NM (Laos) 0 - 1 SNR (Japan)
Match 2: NM (Laos) 0 - 1 HUNS (Mongolia)
Match 3: NM (Laos) 0 - 1 FLCM (MENA)
01/07/2026
ຕາລາງການແຂ່ງຂັນອອກມາແລ້ວ! ພ້ອມແລ້ວທີ່ຈະໄປສ້າງຕຳນານ!
ທີມ Nightmare Esports ຕົວແທນຈາກປະເທດລາວ ພ້ອມລຸຍເຕັມທີ່ກັບສຶກໃຫຍ່ລະດັບໂລກໃນງານ EWC 2026 (MSC 2026) ທີ່ກຸງປາຣີ ປະເທດຝຣັ່ງເສດ!
ຮ່ວມສົ່ງແຮງໃຈແຮງເຊຍໃຫ້ກັບນ້ອງໆໃນຮອບ Wild Card Day 2 (ວັນພະຫັດ ທີ 2 ກໍລະກົດ 2026) ຕາມເວລາລາວເຮົາດັ່ງນີ້:
Match 1: ເວລາ 16:45 ນ. | Nightmare Esports VS SNR ຕົວແທນຈາກຍີ່ປຸ່ນ
Match 2: ເວລາ 18:15 น. | Nightmare Esports VS HUNS ຕົວແທນຈາກມົງໂກລີ
Match 3: ເວລາ 19:45 น. | Nightmare Esports VS FLCM ຕົວແທນຈາກ MENA
ມາຮ່ວມເຊຍໃຫ້ດັງໄປຮອດປາຣີ! ສູ້ໆ! 🇱🇦🔥
30/06/2026
ສະຫລຸບຕາລາງຄະແນນ EFOOTBALL CONSOLE WEEK 3 GROUP B ລາຍການ FIFAe World Cup 2026™ ft. eFootball™ Console
ປະເທດລາວສາມາດຈົບໄດ້ອັນດັບທີ 2 ເຮັດໃຫ້ສາມາດເຂົ້າໄປເຕະຮອບນ໊ອກເອົ້າ ຂອງມື້ອື່ນ!! ຝາກມາເຊຍແນ່ເດີ້ທຸກຄົນ!