15/07/2026
[English Below]
🎉ມາພົບກັບຜູ້ເຂົ້າເເຂ່ງຂັນໃນງານເເຂ່ງຂັນແຜນທຸລະກິດ LJI SUSU Batch 3 Final Pitch ພາຍໃຕ້ໂຄງການ LJI SUSU Scale-Up ຊຸດທີ 3 ກັນ!🚀
ທັງ 5 ບໍລິສັດ ພ້ອມແລ້ວທີ່ຈະມານຳສະເໜີທຸລະກິດທີ່ມີຄວາມເເຕກຕ່າງ ເເລະ ສ້າງຄຸນຄ່າໃຫ້ແກ່ສັງຄົມ.
ເເລ້ວມາຮ່ວມເຊຍນຳກັນວ່າບໍລິສັດໃດຈະສາມາດຊະນະໃຈຄະນະກຳມະການ ເເລະ ໄດ້ຮັບຫຼາກຫຼາຍລາງວັນຈາກຜູ້ສະໜັບສະໜູນໃຈດີ
📌ລາຍລະອຽດຂອງງານ:
📅ວັນທີ: 24 ກໍລະກົດ 2026
🕘13:00 ໂມງ ຫາ 18:00 ໂມງ (JST: 15:00-20:00)
🌐ພາສາ: ອັງກິດ (ມີເເປພາສາລາວ ເເລະ ຍີ່ປຸ່ນ)
💻ລົງທະບຽນເຂົ້າຮ່ວມຟັງຜ່ານທາງ Zoom Online (Free): https://forms.gle/uTWYxjueYeKEjzqK6 (ລົງທະບຽນໄດ້ຈົນເຖິງວັນທີ 20/07/2026)
🤵🏻♂️🤵🏻♀️ລົງທະບຽນເພື່ອລຸ້ນຮັບບ່ອນນັ່ງພາຍໃນງານ: https://forms.gle/yidm9gk6X27xqC1g9 (ປິດຮັບລົງທະບຽນວັນທີ 16/07/2026)
📖ວາລະງານ ເເລະ ລາຍລະອຽດກ່ຽວກັບໂຄງການ LJI SUSU Scale-Up: https://drive.google.com/drive/folders/1G5Ktl9vxxYTolQTZzfiPVdx1eKd7_fgq?usp=sharing
—--------------------------------------------------------------------------------------------------
🎉 Meet Our Candidates of LJI SUSU Scale-Up Business Plan Competition 2025 🎉
Five passionate entrepreneurs will be presenting innovative businesses that not only strive for growth but also deliver positive social impact and strengthen Made-in-Laos products and services.
Join us to discover which company will win the judges’ hearts and take home the prizes to grow their business further!
📌 Event Details:
📅 Date: July 24, 2026
🕘 Time: 13:00 – 18:00 (JST: 15:00-20:00)
🌐 Language: English (with Lao & Japanese translation)
💻 Register to participate via Zoom Online here: https://forms.gle/uTWYxjueYeKEjzqK6
(Deadline for registration: 20th July 2026)
🤵🏻♂️🤵🏻♀️ Register for a chance to secure a seat at the venue: https://forms.gle/yidm9gk6X27xqC1g9 (Deadline for registration: 16th July 2026)
📖 Learn more about the program & agenda: https://drive.google.com/drive/folders/1G5Ktl9vxxYTolQTZzfiPVdx1eKd7_fgq?usp=sharing
15/07/2026
【ການບັນຍາຍພິເສດໄຈກາແຊຣ ໄດ້ຈັດຂຶ້ນທີ່ສະຖາບັນລາວ-ຍີ່ປຸ່ນ, ມະຫາວິທະຍາໄລແຫ່ງຊາດລາວ / JICA Chair special lecture was held at Lao-Japan Institute, National University of Laos / JICAチェアがラオス日本センターで開催】
ໃນລະຫວ່າງວັນທີ 6 ຫາ 10 ກໍລະກົດ 2026, ການບັນຍາຍພິເສດໄຈກາແຊຣ (JICA Chair) ໄດ້ຈັດຂຶ້ນທີ່ສະຖາບັນລາວ-ຍີ່ປຸ່ນ LJI: Laos-Japan Institute ມະຫາວິທະຍາໄລແຫ່ງຊາດລາວ ໂດຍມີຜູ້ເຂົ້າຮ່ວມທັງໝົດ 46 ຄົນ.
ການບັນຍາຍ JICA Chair ໄດ້ດຳເນີນຢູ່ໃນ ສປປ ລາວ ຕັ້ງແຕ່ປີ 2021 ໂດຍມີຈຸດປະສົງເພື່ອແບ່ງປັນປະສົບການ ແລະ ບົດຮຽນຂອງປະເທດຍີ່ປຸ່ນ ດ້ານການພັດທະນາ ແລະ ຄວາມທັນສະໄໝ ຜ່ານການບັນຍາຍໄລຍະສັ້ນແບບເຂັ້ມຂຸ້ນ, ການສອນດ້ວຍສື່ການຮຽນແບບ DVD ແລະ ຮູບແບບອື່ນໆ.
ໃນຄັ້ງນີ້, ດຣ. ໂຢໂກະຢາມະ ໄທໂຊ ຈາກມະຫາວິທະຍາໄລກຽວໂຕ, ປະເທດຍີ່ປຸ່ນ ໄດ້ບັນຍາຍໃນຫົວຂໍ້: “ການບໍລິຫານແບບຍີ່ປຸ່ນແມ່ນຫຍັງ?”, “ຕົ້ນກຳເນີດຂອງການບໍລິຫານແບບຍີ່ປຸ່ນ”, “ຮາກຖານຂອງການບໍລິຫານແບບຍີ່ປຸ່ນ”, “ການພັດທະນາ ແລະ ຂະຫຍາຍຕົວຂອງການບໍລິຫານແບບຍີ່ປຸ່ນ” ແລະ “ອະນາຄົດຂອງການບໍລິຫານແບບຍີ່ປຸ່ນ” ຜູ້ເຂົ້າຮ່ວມໄດ້ສະແດງຄວາມສົນໃຈຕໍ່ແນວຄິດດັ່ງກ່າວ ແລະ ການນຳໄປປະຕິບັດຂອງຍີ່ປຸ່ນ, ໂດຍມີການຖາມ-ຕອບ ແລະ ແລກປ່ຽນຄຳຄິດຄຳເຫັນຢ່າງມີບັນຍາກາດ.
From July 6-10 the JICA Chair lectures were held at the LJI: Laos-Japan Institute of the National University of Laos for a total of 46 participants. The JICA Chair has been introducing in Laos since 2021 with the aim of sharing Japan's experience and learnings in modernization and development cooperation through short-term intensive lectures, the provision of DVD teaching materials, and other tools.
Dr. YOKOYAMA Taizo from Kyoto University lectured on the themes of "What is Japanese Style Management", "The Birth of Japanese Style Management", "The Foundation of Japanese Style Management", “The Development of Japanese Style Management” and "The Future of Japanese Style". The lectures were highlighted by a profound interest from students in Japanese practices, which was shown in the interactive question-and-answer sessions.
7月6-10日の5日間、ラオス国立大学のラオス日本センター(LJI)で、JICAチェアが開催されました。
JICAチェアは、日本の近代化や開発協力の経験と学びを共有することを目的として2021年に始められた事業で、今回のような集中講義の他、DVD教材を提供するなどして、途上国での日本研究支援を進めています。
今回は、計46人が参加し、横山泰三先生(京都大学大学院・総合生存学館)による講義が「日本的経営とは何か」「日本的経営の誕生」「日本的経営の基層」「日本的経営の展開」「日本的経営の未来」をテーマに行われ、受講生との間で活発な質疑応答が交わされるなど、有意義な学びの機会となりました。
#ບົດຮຽນຂອງປະເທດຍີ່ປຸ່ນ #ການພັດທະນາ #ຄວາມທັນສະໄໝ # JICAチェア #日本の近代化 #開発協力の経験 #日本的経営
15/07/2026
【JICA ແລະ ກົມອາກອນຂອງ ສປປ ລາວ ເພີ່ມທະວີການຮ່ວມມືເພື່ອສ້າງຂີດຄວາມສາມາດໃນການບໍລິຫານວຽກງານສ່ວຍສາອາກອນ / JICA and the Tax Department of Lao PDR Deepen Partnership to Enhance Tax Administration Capacity / JICAとラオス税務局が連携強化、税務行政能力の向上を目指して】
ວັນທີ 24 ມິຖຸນາ 2026, ກົມສ່ວຍສາອາກອນ, ກະຊວງການເງິນ ແຫ່ງ ສປປ ລາວ ຮ່ວມກັບໄຈກາ ໄດ້ຈັດພິທີລົງນາມ ບົດບັນທຶກຄວາມເຂົ້າໃຈ ສະບັບປັບປຸງ ແລະ ແຕ່ງຕັ້ງ ຄະນະກຳມະການປະສານງານຮ່ວມ ພາຍໃຕ້ “ໂຄງການເພີ່ມຂີດຄວາມສາມາດ ໃນການບໍລິຫານວຽກງານສ່ວຍສາອາກອນ ຂອງ ສປປ ລາວ” ໂດຍການສະໜັບສະໜູນຈາກລັດຖະບານຍີ່ປຸ່ນ.
ພິທີດັ່ງກ່າວ ເປັນກຽດລົງນາມໂດຍ ທ່ານ ຄໍາພັນ ພັນທຸລັກ, ຫົວໜ້າກົມສ່ວຍສາອາກອນ, ກະຊວງການເງິນ ແລະ ທ່ານ ເຄອິຈິໂຣະ ຢູອາສະ, ຜູ້ອຳນວຍການອາວຸໂສ ພະແນກບໍລິຫານພາກລັດ ແລະ ຄຸ້ມຄອງການເງິນພາກລັດຂອງໄຈກາ.
ການລົງນາມໃນບົດບັນທຶກຄວາມເຂົ້າໃຈ ສະບັບປັບປຸງດັ່ງກ່າວ, ເຊິ່ງໄດ້ເຫັນດີຕໍ່ກັບບັນດາແຜນວຽກໃນການຈັດຕັ້ງປະຕິບັດໂຄງການ ແລະ ການແຕ່ງຕັ້ງ ຄະນະກຳມະການປະສານງານ ໃນຄັ້ງນີ້ ຖືເປັນຂີດໝາຍສຳຄັນ ໃນການລິເລີ່ມຈັດຕັ້ງປະຕິບັດໂຄງການຢ່າງເປັນທາງການ ແລະ ສືບຕໍ່ການຮ່ວມມື ລະຫວ່າງສອງຝ່າຍ ນັບແຕ່ປີ 2017 ເປັນຕົ້ນມາໃຫ້ແໜ້ນແຟ້ນຍິ່ງຂຶ້ນ.
On 24 June 2026, the Tax Department, Ministry of Finance of the Lao PDR, together with JICA, held a ceremony to sign the revised Record of Discussion (R/D) and establish the Joint Coordinating Committee under the Project for Enhancing the Capacity of Tax Administration in the Lao PDR, a cooperation project of the Government of Japan.
The revised R/D, which sets out the agreed framework for the project implementation, was signed by Mr. Khamphanh PHANTOULACK, Director General of the Tax Department, Ministry of Finance of the Lao PDR, and Mr. YUASA Keiichiro, Senior Director of the Public Governance and Financial Management Team, JICA.
This marks an important milestone in the formal commencement of the project and in continuing the close cooperation between the two sides since 2017.
2026年6月24日、ラオス財務省税務局とJICAは、「ラオス国税務行政能力向上プロジェクト」に関する協議議事録(R/D)の改訂に署名式を執り行い、Joint Coordination Committee (JCC)を立ち上げました。署名は、ラオス財務省を代表してカンパン・パントゥラック税務局長、JICAを代表してガバナンス・平和構築部の湯浅啓一郎課長が行いました。
この署名及びJCCの立ち上げは、本プロジェクトの活動開始に向けた重要な節目となります。2017年以来続いてきた両国の税務行政における協力関係をさらに前進させてまいります。
#税務行政 #ラオス #能力向上 #国家財政 #国際協力
#ການຄຸ້ມຄອງສ່ວຍສາອາກອນ #ສປປລາວ #ເພີ່ມທະວີຄວາມອາດສາມາດ #ຄຸ້ມຄອງການເງິນເປັນທັນສະໄໝ #ການເງິນພາກລັດ #ການຮ່ວມມື
14/07/2026
【ຍິນດີຕ້ອນຮັບໂຮງຮຽນມັດທະຍົມເອບຊີອິມາວະຣິ ສູ່ ສປປ ລາວ ! / Welcome to Laos, FC Imabari High School! / FC今治高等学校のみなさん、ラオスへようこそ!!】
ຄະນະທັດສະນະສຶກສາຈາກ ໂຮງຮຽນມັດທະຍົມເອບຊີອິມາວະຣິ, ປະເທດຍີ່ປຸ່ນ ຈຳນວນ 9 ທ່ານ ໄດ້ໄປຢ້ຽມຢາມອາສາສະໝັກໄຈກາ ທີ່ປະຕິບັດໜ້າທີ່ຢູ່ແຂວງຈຳປາສັກ ໃນວັນທີ 26 ມິຖຸນາ ທີ່ຜ່ານມາ.
ຄະນະດັ່ງກ່າວໄດ້ໄປຢ້ຽມຢາມ ໂຮງໝໍແຂງຈຳປາສັກ ເພື່ອຮັບຟັງກ່ຽວກັບກິດຈະກຳຂອງອາສາສະໝັກ ທ່ານ ນາງ ສຸກິມຸຣະ ຮິໂຣມິ (ພະຍາບານ) ແລະ ຢ້ຽມຊົມກິດຈະກຳຂອງອາສາສະໝັກໄຈກາ ໃນຂະແໜງກິລາ ອີກ 3 ທ່ານຄື: ທ່ານ ຄິຣິຮາຣະ ຢູໂຕະ (ແລ່ນແລະລານ), ທ່ານ ນາງ ນາກະຢາມະ ຢູເມະໂນະ (ບານສົ່ງ) ແລະ ທ່ານ ໂຄສຸເກະ ອາຊຶມະ (ປິງປອງ) ຢູ່ສະໜາມກິລາແຂວງຈຳປາສັກ.
ພວກເຮົາຫັວງວ່າ ຜ່ານການຢ້ຽມຢາມຄັ້ງນີ້ ຈະຊ່ວຍໃຫ້ນັກສຶກສາ ໄດ້ເຂົ້າໃຈເລິກເຊິ່ງກ່ຽວກັບການຮ່ວມມືສາກົນ ແລະ ເປັນປະໂຫຍດຕໍ່ການສຶກສາຂອງພວກເຂົາເຈົ້າໃນອະນາຄົດ.
8 students and 1 teacher from FC Imabari High School from Japan visited JICA volunteers who are assigned to Champasack Province on June 26.
They visited Champasack Provincial Hospital to observe the activities of Ms. SUGIMURA Hiromi, serving as a Nurse. They also visited Champasack Provincial Sports Stadium to learn about the activities of Mr. KIRIHARA Yuto (Track and Field), Ms. NAKAYAMA Yumeno (Volleyball), and Mr. AZUMA Kosuke (Table Tennis).
We hope this visit has deepened their understanding of international cooperation and will contribute to their future studies.
6月26日、日本のFC今治高等学校の生徒8名と教員1名が、チャンパサック県で活動するJICA海外協力隊を訪問しました。今回、看護師チャンパサック県病院ので活動する杉村裕美さん(看護師)、スタジアムでスポーツを指導する桐原勇斗さん(陸上競技)、中山夢乃さん(バレーボール)、東幸佑さん(卓球)の活動を視察しました。
本訪問を通じて、国際協力に対する興味・関心が深まり、将来の学びに活かされることを期待しています。
#国際協力 #スタディツアー#JICA海外協力隊
14/07/2026
【ຄະນະຜູ້ແທນ ກົມສ່ວຍສາອາກອນ ສປປ ລາວ ໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ກັບ ກົມສ່ວຍສາອາກອນ ປະເທດມົງໂກນ / Lao Tax Department Delegation Undertakes Study Visit and Lesson-Sharing Programme with Mongolia's General Department of Taxation / ラオス税務局がモンゴルへ視察、モンゴル国税庁と経験共有】
ໃນລະຫວ່າງວັນທີ 28 ມິຖຸນາ ຫາ 4 ກໍລະກົດ 2026, ຄະນະຜູ້ແທນຈາກ ກົມສ່ວຍສາອາກອນ, ກະຊວງການເງິນ ສປປ ລາວ ແລະ ສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ ແລະ ເມືອງວັງວຽງຈຳນວນ 8 ທ່ານ ພ້ອມດ້ວຍ ຊ່ຽວຊານໄຈກາໄດ້ເດີນທາງໄປທັດສະນະສຶກສາ ແລະ ແລກປ່ຽນບົດຮຽນກັບ ກົມສ່ວຍສາອາກອນ ຂອງມົງໂກນ, ຢູ່ນະຄອນຫຼວງອູລາບາຕໍ, ປະເທດມົງໂກນ. ພາຍໄຕ້ “ໂຄງການເພີ່ມຂີດຄວາມສາມາດໃນການບໍລິຫານວຽກງານສ່ວຍສາອາກອນ ຂອງ ສປປ ລາວ” ຂອງໄຈກາ.
ໄຈກາໄດ້ໃຫ້ການຮ່ວມມືກັບກົມອາກອນຂອງມົງໂກນເປັນເວລາຫຼາຍກວ່າ 25 ປີ. ການທັດສະນະສຶກສາໃນຄັ້ງນີ້ ຖືເປັນໂອກາດດີໃນການແລກປ່ຽນປະສົບການ ແລະ ບົດຮຽນທີ່ປະສົບຜົນສໍາເລັດໃນການຮ່ວມມືທີ່ຍາວນານດັ່ງກ່າວ. ຄະນະຜູ້ແທນລາວ ໄດ້ຮ່ວມແລກປ່ຽນບົດຮຽນທາງດ້ານວິຊາການ ກັບ ພະນັກງານສ່ວຍສາອາກອນ ຂອງມົງໂກນ ກ່ຽວກັບ ການພັດທະນາລະບົບດິຈິຕອລ ຂອງການບໍລິຫານວຽກງານສ່ວຍສາອາກອນ, ພ້ອມທັງວິທີການບໍລິຫານຄວາມສ່ຽງວຽກງານສ່ວຍສາອາກອນ ຂອງມົງໂກນ.
ພ້ອມທັງໄປຢ້ຽມຢາມ ສູນເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ແລະ ບັນດາຫ້ອງການສ່ວຍສາອາກອນ.
ການແລກປ່ຽນບົດຮຽນໃນຄັ້ງນີ້ ເປັນຂໍ້ມູນອັນລໍ້າຄ່າສຳລັບການຫັນວຽກງານສ່ວຍສາອາກອນເປັນທັນສະໄໝແລະ ການພັດທະນາລະບົບການຄຸ້ມຄອງຂໍ້ມູນລາຍຮັບສ່ວຍສາອາກອນ (TaxRIS II) ຂອງ ສປປ ລາວ ທີ່ກຳລັງດຳເນີນຢູໃນປະຈຸບັນ.
JICA ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການເສີມສ້າງລະບົບອາກອນແບບທັນສະໄໝ, ປັບປຸງຄວາມອາດສາມາດຂອງອົງກອນ, ແລະ ສົ່ງເສີມການປະຕິຮູບເພື່ອການລະດົມລາຍຮັບພາຍໃນທີ່ຍືນຍົງ.
From 28 June to 4 July 2026, a delegation of eight officials from the Tax Department, Ministry of Finance of Lao PDR, and the tax offices of Vientiane Capital, Luang Prabang Province, and Vang Vieng District, together with JICA expert visited Ulaanbaatar, Mongolia, to conduct a study visit and lesson-sharing programme with the General Department of Taxation (GDT) of Mongolia. The visit was carried out under the “Project for Enhancing the Capacity of Tax Administration in Lao PDR” supported by JICA.
JICA has cooperated with the Mongolian Tax Authority for more than 25 years. This study visit provided an opportunity to share the experiences and lessons learned from that long-term cooperation and development process with the Lao Tax Department.
The Lao delegation held technical exchanges with Mongolian tax officials on the digital transformation of tax administration as well as Mongolia’s approach to tax risk management. The delegation also visited the Financial Information Technology Center and Tax Offices.
The exchange provides valuable input for the digitalization of tax administration and the development of the TaxRIS II currently underway in Lao PDR.
JICA will continue to support Lao PDR in strengthening digital tax systems, improving institutional capacity, and advancing reforms for sustainable domestic revenue mobilization.
2026年6月28日~7月4日、ラオス財務省税務局、首都ビエンチャン税務署、ルアンパバーン県税務署及びバンビエン郡税務署の職員8名は、「国税務行政能力向上プロジェクト」専門家とともに、モンゴル・ウランバートルを訪問し、現地視察とモンゴル国税庁(GDT)との経験共有プログラムを行いました。
JICAはモンゴル税務局と25年以上にわたって協力を続けており、本視察はその協力による発展の経験をラオス税務局に伝えたものです。ラオス代表団は、モンゴル国税庁の職員と税務行政のデジタル化やモンゴルの税務リスク管理手法について技術的な意見交換を行いました。また、財務情報技術センターと税務署を訪問しました。
今回の視察・経験共有は、ラオスで現在進行中の税務行政のデジタル化及び税務情報システム(TaxRIS II)の開発にとって、貴重な知見となりました。JICAは今後もラオスの税務当局と連携し、デジタル化の推進、制度強化、持続的な国内歳入の確保に向けた支援を行っていきます。
#ການບໍລິຫານຄຸ້ມຄອງອາກອນ #ສປປລາວ #ມົງໂກນ #ເພີ່ມທະວີຄວາມອາດສາມາດ #ການຫັນເປັນດິຈິຕອນ #税務行政 #ラオス #モンゴル #能力向上 #デジタル化
08/07/2026
【ກິດຈະກຳສົນທະນາແລກປ່ຽນພາສາຍີ່ປຸ່ນ ~ພ້ອມກັບອາຫານລາວ~ / Japanese Conversation Exchange Event with Lao Cuisine / 日本語交流会 ~ラオス料理とともに~】
ສະບາຍດີ! ຂ້າພະເຈົ້າຊື່ ໂຢຊິໂນ ຊິນທາໂຣ ເປັນອາສາສະໝັກໄຈກາ ເຮັດວຽກຢູ່ສະຖາບັນ ລາວ- ຍີ່ປຸ່ນ. ໃນວັນທີ 20 ມິຖຸນາ ທີ່ຜ່ານມາ ຂ້າພະເຈົ້າແລະອາສາສະໝັກໄຈກາຄົນອື່ນໆ ໄດ້ເຂົ້າຮ່ວມກິດຈະກຳແລກປ່ຽນໃນຫ້ອງຮຽນພາສາຍີ່ປຸ່ນ ທີ່ຈັດໂດຍມູນນິທິຍີ່ປຸ່ນ ຢູ່ສະຖາບັນລາວ-ຍີ່ປຸ່ນ ຮ່ວມກັບອາສາສະໝັກໄຈກາທ່ານອື່ນໆອີກ ຫຼາຍຄົນ.
ໃນງານນີ້, ນັກສຶກສາໄດ້ນຳສະເໜີວິທີເຮັດອາຫານລາວເປັນພາສາຍີ່້ ປຸ່ນ, ເຊິ່ງການເວົ້າພາສາຍີ່ປຸ່ນດ້ວຍຄວາມທີ່ໝັ້ນໃຈຂອງພວກເຂົາເຈົ້າ ໄດ້ສະແດງໃຫ້ເຫັນເຖິງຄວາມຕັ້ງໃຈ ແລະ ຄວາມພະຍາຍາມໃນການຮຽນເວົ້າພາສາຍີ່ປຸ່ນ. ຫຼັງຈາກນັ້ນ, ພວກເຮົາໄດ້ແບ່ງກຸ່ມກັນສົນທະນາ ພ້ອມທັງຊີຊິມອາຫານລາວທີ່ນັກຮຽນກຽມມາ ແລະ ເຂົ້າໜົມຍີ່ປຸ່ນຈາກຂອງຜູ້ເຂົ້າຮ່ວມຄົນຍີ່ປຸ່ນທີ່ນຳມາໄດ້ເອົາແບ່ງປັນ.ກັນ ເປັນພິເສດ ເພາະມັນເປັນອາຫານຍອດນິຍົມຂອງຄົນລາວ ແລະ ມີລົດຊາດທີ່ເປັນເອກະລັກນັກສຶກສາລາວໄດ້ໃຊ້ພາສາຍີ່ປຸ່ນໃນການສື່ສານຢ່າງຄ່ອງແຄ້ວ ຊຶ່ງເປັນສິ່ງທີ່ໜ້າປະທັບໃຈຫຼາຍ. ສຳລັບພວກເຮົາທີ່ເປັນອາສາສະໝັກ ກໍ່ເປັນໂອກາດທີ່ດີໃນການຮຽນຮູ້ວັດທະນະທຳລາວ ແລະ ສ້າງມິດຕະພາບກັບທຸກຄົນ.
ຫວັງວ່າກິດຈະກຳນີ້ຈະເປັນໂອກາດທີ່ດີໃຫ້ແກ່ນັກຮຽນໄດ້ນຳໃຊ້ພາສາຍີ່ປຸ່ນໃນສະຖານະການຈິງ. ຂໍຂອບໃຈມາຍັງທຸກທ່ານທີ່ມີສ່ວນຮ່ວມໃນການຈັດງານ ແລະ ເຂົ້າຮ່ວມໃນກິດຈະກຳຳດີໆແບບນີ້!
Sabadeei! I am YOSHINO Shintaro, a JICA Volunteer assigned at the Lao-Japan Institute (LJI).
On June 20, I joined the Japanese Language Exchange Event organized by the Japan Foundation at LJI, together with other JICA volunteers.
The students first gave presentations in Japanese about how to prepare Lao dishes, and their confident speaking reflected their hard work. After that, we talked in small groups while sharing Lao dishes prepared by the students and Japanese snacks brought by the Japanese participants. I especially enjoyed Tam Mak Hoong (Papaya salad) and Soup Phak (Lao mixed vegetables Salad), which gave us a wonderful taste of Lao cuisine.
It was impressive to see the Lao students actively communicating in Japanese. For us volunteers, it was also a valuable opportunity to experience Lao culture. I hope this event gave the students a great chance to use their Japanese in a real-life setting.
サバイディー!JICA海外協力隊として、ラオス日本センター(LJI)で活動している吉野慎太郎です。
6月20日、LJIで開催された国際交流基金主催の日本語クラス交流会に、JICA海外協力隊員をはじめ、在ラオス日本人の皆さんも参加しました。
交流会では、受講生の皆さんがラオス料理の作り方を日本語で発表しました。練習の成果もあり、堂々と発表されている姿がとても印象的でした。
その後、受講生が準備してくださったラオス料理や、日本人参加者が持ち寄った日本のお菓子を囲みながら、グループごとに交流しました。ラオス伝統のタムマークフン(パパイヤサラダ)やスッパック(野菜の和え物)がおいしく、ラオスならではの味を楽しむことができました!
受講生にとっては、多くの日本人と日本語でコミュニケーションを取る機会となり、日本人にとっては、ラオスの文化や人々に触れられる、とても楽しい交流の時間となりました。
#JICAボランティア #海外協力隊 #日本語交流 #文化交流 #ラオス
07/07/2026
At the ceremony for awarding letters of appreciation to returning captains of JICA Overseas Cooperation Volunteers, Ms. KOBAYASHI Suzuka, Laos OV, delivered the representative address.
https://www.mofa.go.jp/press/release/pressite_000001_02491.html
JICA海外協力隊帰国隊員への外務大臣感謝状授与式にて、帰国隊員を代表してラオスOVの小林鈴夏さんが代表挨拶を務めました。
https://www.mofa.go.jp/mofaj/press/release/pressit_000001_03914.html
JICA海外協力隊帰国隊員への外務大臣感謝状授与式(結果)
外務省ホームページは「JavaScript」が使われております。「JavaScript」をONにしてご利用ください。
03/07/2026
【ພະນັກງານການນຳລະດັບສຸງ ຂອງລັດຖະບານລາວ 15 ທ່ານ ເຂົ້າຮ່ວມ ໂຄງການຝຶກອົບຮົມເພີ່ມພູນພາວະການເປັນຜູ້ນຳ ຢູ່ ປະເທດຍີ່ປຸ່ນ / 15 Party Leaders from Lao PDR Participate in Leadership Enhancement Training in Japan / ラオスの党幹部15名が日本でのリーダーシップ強化研修に参加】
ໂຄງການຝຶກອົບຮົມສຳລັບພະນັກງານການນໍາລະດັບສຸງຂອງລັດຖະບານ ສປປ ລາວ ຄັ້ງທີ 2 ໂດຍຜ່ານໂຄງການຝືກອົບຮົມພະນັກງານນໍາພາ - ຄຸ້ມຄອງ ເພື່ອນໍາເອົາການພັດທະນາເສດຖະກິດ-ສັງຄົມ ໄດ້ດຳເນີນການຢ່າງສຳເລັດ ຢູ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 8 ຫາ 17 ມິຖຸນາ 2026, ໂດຍການຈັດຕັ້ງປະຕິບັດຂອງຄະນະຈັດຕັ້ງສູນກາງພັກ (PCCOB) ແລະ ການສະໜັບສະໜູນຈາກ JICA. ໂຄງການນີ້ມີເປົ້າໝາຍເພື່ອເສີມສ້າງຂີດຄວາມສາມາດພາວະຜູ້ນຳ ເພື່ອຜັກດັນການພັດທະນາ ເສດຖະກິດ ສັງຄົມແລະ ເສີມສ້າງຄວາມຮ່ວມມືຍຸດທະສາດລະຫວ່າງ ສປປ ລາວ ແລະ ປະເທດຍີ່ປຸ່ນ.
ໃນການຝຶກອົບຮົມ, ຜູ້ເຂົ້າຮ່ວມ 15 ທ່ານໄດ້ພັດທະນາແຜນປະຕິບັດງານ ທີ່ມີຄວາມເໝາະສົມກັບສະພາບການແຕ່ລະແຂວງ ໂດຍເນັ້ນໃສ່ການຈັດລຳດັບຄວາມສຳຄັນ, ການວິເຄາະບັນຫາ ແລະ ການຈັດທຳໂຄງການຢ່າງມີປະສິດທິຜົນ. ຜ່ານກິດຈະກຳແບບມີສ່ວນຮ່ວມ ແລະ ການຝຶກປະຕິບັດ, ຜູ້ແທນເຂົ້າຮ່ວມໄດ້ເສີມທັກສະໃນການອອກແບບແຜນພັດທະນາທີ່ຕອບສະໜອງ ແລະ ມີຜົນກະທົບສູງ.
ຜູ້ເຂົ້າຮ່ວມໄດ້ຮັບຟັງການບັນຍາຍຈາກອາຈານ, ເຈົ້າໜ້າທີ່ລັດຖະກອນ ແລະ ຜູ້ຊ່ຽວຊານຊັ້ນນຳໃນຫຼາຍຂະແໜງ. ຫົວຂໍ້ສຳຄັນປະກອບມີ ລະບົບການບໍລິຫານລັດຂອງຍີ່ປຸ່ນ, ອໍານາດການປົກຄອງທ້ອງຖິ່ນ, ການພັດທະນາການທ່ອງທ່ຽວ ແລະ ການສົ່ງເສີມທ່ອງທ່ຽວສາກົນ. ນອກນັ້ນ ຍັງມີການເຂົ້າໄປຢ້ຽມຢາມທາງການ ຕໍ່ອົງການການທ່ອງທ່ຽວຍີ່ປຸ່ນ ແລະ ອົງການປົກຄອງທ້ອງຖິ່ນຂອງແຂວງໄຊຕາມະ ເພື່ອເພີ່ມພູນຄວາມເຂົ້າໃຈດ້ານນະໂຍບາຍ ແລະ ການປະຕິບັດງານຈິງ.
ພ້ອມກັນນັ້ນ, ຜ່ານການເຂົ້າຢ້ຽມຂໍ່ານັບ ທ່ານເລຂາທິການລັດຖະສະພາ, ຝ່າຍການຕ່າງປະເທດຂອງກະຊວງການຕ່າງປະເທດຍີ່ປຸ່ນ, ທັງສອງຝ່າຍລາວ ແລະ ຍີ່ປຸ່ນ ໄດ້ຢືນຢັນເຖິງຄວາມສຳຄັນຂອງຊັບພະຍາກອນມະນຸດຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.
The 2nd Training in Japan for Party Leaders of Lao PDR, was held from 8–17 June 2026 under the Project for Training Program on Leadership Enhancement for Leaders to Bring Socio-economic Development, by the Central Committee of Organization and Personnel (CCOP) and JICA. The program strengthened leadership capacity of 15 participants on socio-economic development and deepened strategic partnership between Lao PDR and Japan.
Participants developed practical action plans focusing on prioritization, problem identification, and effective countermeasures. Interactive sessions enhanced their ability to design responsive and impactful development initiatives.
Lectures by professors, government officials, and experts covered Japan’s public service system, local governance, tourism development and promotion. Courtesy visits to the Japan Tourism Agency and Saitama Prefectural Government, along with study visits to Kawagoe City and Hanno City, provided valuable insights into policy implementation and sustainable tourism. Also, through courtesy visit to Parliamentary Vice Minister for Foreign Affairs of the Japanese MOFA, both Lao and Japan sides reaffirmed importance of human resource for socio-economic development of the nation.
「社会経済発展をもたらす指導者のためのリーダーシップ強化プロジェクト」の下、2026年6月8日~17日にラオス人民革命党指導者向けの本邦研修が実施されました。本研修は、15名の参加者のリーダーシップ能力を強化するとともに、ラオスと日本の友好的な関係の深化に繋がりました。
研修中、参加者は「アクションプラン」の作成を通じ、ラオスにおける社会経済発展のため、自部門での課題解決とその際に必要なリーダーシップのあり方を学びました。
また、日本の公務員制度、地方自治、観光開発・振興等に関する講義、観光庁および埼玉県庁への表敬訪問、川越市および飯能市での視察を通じて、政策実施や持続可能な観光施策の推進に関する有益な知見を獲得しました。加えて、外務省外務政務官への表敬訪問では、国家の社会経済開発における人材育成の重要性が改めて確認されました。
#本邦研修 #リーダーシップ強化プロジェクト #ラオス