EFG Laos

EFG Laos

Share

EFG Laos
Your most trust mass events organizer. EFG is dedicated to creating memorable events from start to finish.

We deliver an experience that ignites and engages the community bringing all levels and abilities together for both runners and volunteers. Through our dedication to inclusiveness, commitment to our community and drive for innovation, EFG is Laos’ premiere organizer for running events since 2015. Over 40,000 runners from around the world have participated in our international and charity events su

09/08/2026

ອາໄລຮັກຢ່າງສຸດຊື້ງຕໍ່ການຈາກໄປຂອງ ພະນະທ່ານ​ ໄຊສົມພອນ​ ພົມວິຫານ​ ກຳມະການກົມການເມືອງສູນກາງພັກ ປະທານ​ສະພາ​ແຫ່ງຊາດ​ ແຫ່ງ​ ສປປ​ ລາວ

Photos from EFG Laos's post 09/08/2026
07/08/2026

🏃🏃 3 ມື້ສຸດທ້າຍ ພາກັນລົງລະບໍ?
📌 ພົບກັນ​ 16/8/2026

05/08/2026

❗ 5 ວັນສຸດທ້າຍ ລົງທະບຽນກັນຫລືຍັງ ບໍ່ມີລົງທະບຽນນ້າງານເດີ້ທຸກຄົນ🏃🏃

19/07/2026

😍📣ໂອກາດດີມາແລ້ວ ສຳຫຼັບນ້ອງໆທີ່ຕ້ອງການເປັນອາສາສະໝັກໃນງານແລ່ນ 35 ປີ ວັນລັດຖະທຳມະນູນ ແຫ່ງ ສປປ ລາວ ແລະ 65ປີ ສາຍພົວພັນການທູດ ລາວ-ຈີນ

😍ເປີດຮັບສະໝັກແລ້ວ
📌ເງື່ອນໄຂຂອງອາສາສະໝັກ
+ອາຍຸ 16 ປີຂື້ນໄປ ຫາ 25 ປີ
+ມີຄວາມຮັບຜິດຊອບ ຕົງຕໍ່ເວລາ
+ສາມາດເຮັດວຽກເປັນທີມໄດ້
+ມີສຸຂະພາບທີ່ແຂງແຮງ
+ສາມາດເຂົ້າຮ່ວມການປະຊຸມໄດ້

🍉ສິ່ງທີ່ຈະໄດ້ຮັບ
+E-Certificate
+ເສື້ອສຳຫຼັບອາສາສະໝັກ
+ອາຫານ ແລະ ເຄື່ອງດື່ມ
+ມິດຕະພາບໃໝ່ໆ
+ປະສົບການ ການຈັດງານແລ່ນ

📍ສະຖານທີ່: ໜ້າສະພາແຫ່ງຊາດ ເດີ່ນທາດຫຼວງ
ສະໝັກຜ່ານຄິວອາ ຫຼື ຜ່ານລິ້ງ:https://forms.gle/MrcuW1FdCET7rFQQ7

#ວັນລັດຖະທຳມະນູນແຫ່ງຊາດ

Photos from EFG Laos's post 18/07/2026

ງານນີ້ກໍ່ບໍ່ຄວນພາດ ລົງທະບຽນເລີຍ ພົບກັນ​ 16/8/2026

18/07/2026

🏃 ເປັນຫຍັງ​ ທ່ານຄວນຮ່ວມເປັນຜູ້ສະໜັບສະໜູນ ງານແລ່ນວຽງຈັນ ອິນເຕີເນຊັນແນລ ມາຣາທອນ​ ໃນວັນ​ອາທິດ​ວັນທີ​ 6/12/2026 ?

📌 ​ວຽງຈັນ ອິນເຕີເນຊັນແນລ ມາຣາທອນ (Vientiane International Marathon) ເປັນຫຼາຍກວ່າການແຂ່ງຂັນ ແຕ່ເປັນໜຶ່ງໃນງານກິລາລະດັບສາກົນທີ່ຍິ່ງໃຫຍ່ທີ່ສຸດຂອງ ສປປ ລາວ ທີ່ລວມເອົານັກແລ່ນ, ຄອບຄົວ, ນັກທ່ອງທ່ຽວ, ພາກທຸລະກິດ ແລະ ຊຸມຊົນມາຮ່ວມແລ່ນ ຮ່ວມງານນຳກັນ. ການຮ່ວມເປັນຜູ້ສະໜັບສະໜູນງານນີ້ ຈະຊ່ວຍເພີ່ມການຮັບຮູ້ ແລະ ສ້າງພາບລັກທີ່ດີໃຫ້ກັບແບຣນຂອງທ່ານຢ່າງມີຄວາມໝາຍ​ແລະ​ມີປະສິດທິຜົນ ທັງຍັງເປັນໂອກາດໃນການສ້າງຜົນກະທົບທາງບວກໃຫ້ແກ່ສັງຄົມອີກດ້ວຍ.

📌​ຜົນປະໂຫຍດຫຼັກສຳລັບຜູ້ສະໜັບສະໜູນ:
✅​ເຂົ້າເຖິງກຸ່ມເປົ້າໝາຍ: ເຂົ້າເຖິງຜູ້ເຂົ້າຮ່ວມ ແລະ ຜູ້ຊົມງານທັງພາຍໃນປະເທດ ແລະ ຕ່າງປະເທດ ຫຼາຍພັນຄົນ.

✅​ເພີ່ມການຮັບຮູ້ແບຣນ: ເພີ່ມການເຫັນແບຣນຜ່ານເສື້ອແລ່ນ, ບີບ (ປ້າຍເບີແລ່ນ), ຫຼຽນລາງວັນ, ບູດສະແດງສິນຄ້າ, ປ້າຍບໍລິເວນ​​ຈຸດປ່ອຍໂຕ/ເສັ້ນໄຊ, ສື່ສັງຄົມອອນລາຍ ແລະ ການປະຊາສຳພັນຜ່ານສື່ຕ່າງໆ.

✅​ເຊື່ອມຕໍ່ກັບກຸ່ມຄົນທີ່ຮັກສຸຂະພາບ: ເຂົ້າເຖິງກຸ່ມຜູ້ບໍລິໂພກທີ່ໃສ່ໃຈໃນສຸຂະພາບ, ຄົນທີ່ໃຫ້ຄວາມສຳຄັນກັບການອອກກຳລັງກາຍ ແລະ ການມີວິຖີຊີວິດທີ່ມີສຸຈະພາບທີ່ດີ.

✅​ສົ່ງເສີມການທ່ອງທ່ຽວແບບກິລາ: ມີສ່ວນຮ່ວມໃນການດຶງດູດນັກທ່ອງທ່ຽວຕ່າງປະເທດ ແລະ ກະຕຸ້ນເສດຖະກິດທ້ອງຖິ່ນ.

✅​ສະແດງຄວາມຮັບຜິດຊອບຕໍ່ສັງຄົມ (CSR): ສະແດງໃຫ້ເຫັນເຖິງຄວາມຮັບຜິດຊອບຂອງອົງກອນຕໍ່ສັງຄົມ ໂດຍການສົ່ງເສີມການມີສຸຂະພາບທີ່ດີ ແລະ ການມີສ່ວນຮ່ວມຂອງຊຸມຊົນ.
​ສ້າງປະສົບການທີ່ໜ້າຈົດຈຳ: ສ້າງປະສົບການຮ່ວມກັບແບຣນ ຜ່ານການແຈກຢາຍຕົວຢ່າງສິນຄ້າ, ກິດຈະກຳຕ່າງໆ ແລະ ອື່ນໆ

✅ ​ຮັດແໜ້ນສາຍພົວພັນທາງທຸລະກິດ: ສ້າງຄວາມເຂັ້ມແຂງໃຫ້ກັບຄວາມສຳພັນທາງທຸລະກິດ ໂດຍການເຊື້ອເຊີນລູກຄ້າ, ພັນທະມິດ ແລະ ພະນັກງານມາຮ່ວມກິດຈະກຳນຳກັນ.

✅ ​ການຮັບຮູ້ແບຣນໃນໄລຍະຍາວ: ໄດ້ຮັບການຈົດຈຳແບຣນໃນໄລຍະຍາວ ຈາກການມີສ່ວນຮ່ວມໃນງານແລ່ນລະດັບສາກົນຊັ້ນນຳຂອງ ສປປ ລາວ.

✅​ຄວາມໜ້າເຊື່ອຖືລະດັບສາກົນ:
ເສັ້ນທາງການແຂ່ງຂັນ ວຽງຈັນ ອິນເຕີເນຊັນແນລ ມາຣາທອນ ໄດ້ຮັບການວັດແທກ ແລະ ຮັບຮອງມາດຕະຖານຕາມເກນການແຂ່ງຂັນທາງລົດຂອງສະຫະພັນກິລາກີທາໂລກ (World Athletics) ເຮັດໃຫ້ນັກແລ່ນໄດ້ຮັບໄລຍະທາງການແຂ່ງຂັນທີ່ເປັນທີ່ຍອມຮັບໃນລະດັບສາກົນ.

🙏​ມາຮ່ວມເປັນຜູ້ສະໜັບສະໜູນກັບພວກເຮົາ ແລະ ເປັນສ່ວນໜຶ່ງຂອງງານທີ່ຈະສ້າງແຮງບັນດານໃຈໃຫ້ກັບນັກແລ່ນ ຫຼາຍພັນຄົນ, ສົ່ງເສີມການມີສຸຂະພາບທີ່ດີ ແລະ ຮ່ວມເຜີຍແຜ່ພາບລັກອັນງົດງາມຂອງນະຄອນຫຼວງວຽງຈັນສູ່ສາຍຕາຊາວໂລກ.

​ຕິດຕໍ່ພວກເຮົາ:
📞 +856 20 96 639 656
📞 +856 20 56 394 245


Organized by:

Photos from EFG Laos's post 14/07/2026

🙏ຂໍຂອບໃຈ ອາສາສະໝັກ EFG LAOS ທຸກຄົນທີ່ເສຍສະຫຼະ ເວລາ ແຮງກາຍ ແຮງໃຈ ເພື່ອບໍລິການນັກແລ່ນ ແລະ ທຸກຄວາມທຸ່ມເທ ທີ່ຊ່ວຍໃຫ້ Vientiane 10 2026 ສຳເລັດໄປຢ່າງສວຍງາມ

ແລ້ວພົບກັນໃໝ່ງານຕໍ່ໄປເດີ້🥰😍

Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Category

Telephone

Address


Thaduen Road
Vientiane

Opening Hours

Monday 09:30 - 17:00
Tuesday 09:30 - 17:00
Wednesday 09:30 - 17:30
Thursday 09:30 - 17:00
Friday 09:30 - 17:00