Grow-Up VC

Grow-Up VC

Share

Grow-Up VC ທີມນັກກິລາບານສົ່ງ

Photos from Grow-Up VC's post 09/08/2026

ຄວາມອົດທົນ ພະຍາຍາມສູ້ຈົນສຸດຄວາມສາມາດ ບໍ່ເຄີຍທຳຮ້າຍໃຜ
ພວກເຮົາສູ້ເຕັມທີ່ ຈົນຍາດອັນດັບ 3 ມາຄອງໄດ້ສຳເລັດ 🥰🥉 ໃນການເເຂ່ງຂັນບານສົ່ງ Luangprabang Volleyball Open 2026 ຊິງຂັນປະທານສະໂມສອນຫຼວງພະບາງ ແລະ ສະໂມສອນອິນທະສອນ ທີ່ຈັດຂຶ້ນໃນລະຫວ່າງວັນທີ 8-9 ສິງຫາ 2026 ທີ່ສະໂມສອນໃນຮົ່ມນາສ້າງເຫວີຍ ແຂວງຫຼວງພະບາງ

ຮອບຊິງອັນດັບ 3 ເອົາຊະນະທີມ Luangprabang VC ໄປ 3-0 ເຊັດ (25-17 / 25-21 / 25-23) ຄອງອັນດັບ 3 ໄດ້ຮັບຫຼຽນທອງ 🥉 ພ້ອມເງິນລາງວັນ 3,500,000 ກີບໄປຄອງ 👏🏻

ຖືເປັນການອອກແຂ່ງຂັນຕ່າງແຂວງຄັ້ງແລກທີ່ ພວກເຮົາສາມາດສ້າງຜົນງານໄດ້ດີເກີນຄາດຫມາຍ ທີ່ຕັ້ງໄວ້ 👍🥰🏐👏🏻

ຂໍຂອບໃຈນັກກິລາທຸກຄົນທີ່ສູ້ຈົນສຸດຄວາມສາມາດ ກັບ 5 ນັດ ແລະ 11 ເຊັດ, ຂອບໃຈທີມງານ ແລະ ຜູ້ສະຫນັບສະຫນູນທຸກທ່ານ ທີ່ໃຫ້ການຊ່ວຍເຫລືອ ແລະ ໃຫ້ກຳລັງໃຈພວກເຮົາ ຈົນສ້າງຜົນງານໄດ້ດີຂະຫນາດນີ້ 🥰🙏🏻🏐 ໄວ້ພົບກັນໃໝ່ ງານຫນ້າ 😊👋🏻

09/08/2026

ຕ້ານທານຄວາມແຂງແກ່ນຂອງ Inthasone VC ບໍ່ໄຫວ
ແພ້ໄປໃນຮອບຮອງຊະນະເລີດ 0-2 ເຊັດ (18-25 / 20-25)

ໄດ້ໄປຊິງອັນດັບ 3 ກັບ Luangprabang VC ໃນເວລາ 14:30 ໂມງຂອງມື້ນີ້ 🏐🥉🏐

ຂໍຂອບໃຈທຸກກຳລັງໃຈ ທີ່ມີໃຫ້ Grow-UP VC ຂອງພວກເຮົາ ຈະເຮັດເຕັມທີ່ສຸດຄວາມສາມາດ 😊🙏🏻🏐

09/08/2026

ຜ່ານໄປດ້ວຍດີ ການແຂ່ງຂັນບານສົ່ງ Luangprabang Open 2026 ຊິງຂັນປະທານສະໂມສອນຫຼວງພະບາງ ແລະ ສະໂມສອນອິນທະສອນ ໃນຮອບແບ່ງກຸ່ມ ດ້ວຍຜົນງານ ແຂ່ງ 2 ນັດ ຊະນະ 1 ເສຍ 1, ເປັນອັນ 2 ຂອງກຸ່ມ B 🥰🏐🥰

ຮອບ 8 ຍັງມີເຮົາ ເຊຍກັນຕໍ່ມື້ນີ້ 9:30 ໂມງ ພົບກັບ Tiny Titan VC ຈາກແຂວງຫຼວງພະບາງ.

ຂໍຂອບໃຈທຸກກຳລັງໃຈ ທີ່ມີໃຫ້ Grow-UP VC ຂອງພວກເຮົາ ຈະເຮັດເຕັມທີ່ສຸດຄວາມສາມາດ 😊🙏🏻🏐

05/08/2026

ຝາກຕິດຕາມ ແລະ ໃຫ້ກຳລັງໃຈ ສະໂມສອນ Grow-UP VC ຂອງພວກເຮົາ ລຸຍງານ Inthasone VC Tournament 2026 ທີ່ຈະຈັດຂຶ້ນຢູ່ ແຂວງຫຼວງພະບາງ ໃນລະຫວ່າງວັນທີ 8-9 ສິງຫາ 2026 ນີ້.

ພວກເຮົາຈະເຮັດໃຫ້ເຕັມທີ່,
ຂໍຂອບໃຈທຸກການສະໜັບສະໜູນທີມ 🥰🙏🏻🏐

15/06/2026

🦅

Welcome ສະໂມສອນ Grow Up VC ອີກ1 ທີມທີຈະເດີນທາງມາຈາກນະຄອນຫລວງວຽງຈັນ ເຊີ່ງສະໂມສອນເອງກະໄດ້ຍົກທີມຊຸດໃຫຍ່ທີ່ມີປະສົບການ ລະດັບລາວຫລີກ ແລະ ປະສົມນັກກິລາດາວຮຸ່ງຂອງທີມ ນຳທີມໂດຍ: Coach Bounyasaeng ທັງເປັນປະທານສະໂມສອນ ເພື່ອຮ່ວມລົງຊິງໄຊທີ່ ຫລວງພະບາງ ໃນງານ INTHASONE VC OPEN 2026


-upvc

Photos from Grow-Up VC's post 14/05/2026

ຝ່າຍຈັດການເເຂ່ງຂັນ ຂໍແຈ້ງກ່ຽວກັບ ກົດລະບຽບ-ກະຕິກາ
ການເເຂ່ງຂັນບານສົ່ງ LGBTQ x 173 ປະຈຳປີ 2026 🏳️‍🌈
ເຊິ່ງຈະຈັດຂຶ້ນໃນລະຫວ່າງວັນທີ 20-21 ມິຖຸນາ 2026 ນີ້

🏐 ສົນໃຈສະໝັກເຂົ້າຮ່ວມເເຂ່ງຂັນ Inbox Whatsapp +8562058785071 ໄດ້ເລີຍ, ຮັບຈຳນວນຈຳກັດພຽງ 12 ທີມ ເທົ່ານັ້ນ.

📢 ເປີດຮັບສະໝັກ ແລະ ສົ່ງຟອມສະໝັກເເຂ່ງຂັນ ຮອດວັນທີ 14 ມິຖຸນາ 2026 ນີ້ເທົ່ານັ້ນ.

🔊ຈັບສະຫຼາກແບ່ງກຸ່ມ ວັນທີ 16 ມິຖຸນາ 2026 ພ້ອມເເຈ້ງຕາຕະລາງເເຂ່ງຂັນໃນວັນດຽວກັນ

11/05/2026

ກຽມຕົບໃຫ້ສະທ້ານວົງການ! ກັບງານແຂ່ງຂັນບານສົ່ງ LGBTQ x 173 🌈🏐
ສະບາຍດີຊາວ Pride ແລະ ສາຍບານສົ່ງທີ່ມີຄວາມສູງບໍ່ເກີນ 173 cm ທຸກຄົນ! ກຽມຕົວໃຫ້ພ້ອມ ແລ້ວມາປົດປ່ອຍພະລັງໃນງານແຂ່ງຂັນບານສົ່ງສຸດມັນ ທີ່ເຕັມໄປດ້ວຍສີສັນ ແລະ ມິດຕະພາບ ເພື່ອສະເຫຼີມສະຫຼອງຄວາມຫຼາກຫຼາຍທາງເພດ ຜ່ານການແຂ່ງຂັນກິລາ, ພ້ອມພົບປະສັງສັນ ແລະ ສ້າງມິດຕະພາບໃໝ່ໆ ໃນບັນຍາກາດທີ່ເປັນກັນເອງ.

📅 ວັນທີ: 20-21 ມິຖຸນາ 2026
📍 ສະຖານທີ່: ຈະແຈ້ງລາຍລະອຽດໃຫ້ຊາບ ພ້ອມການເປີດຮັບສະໝັກຢ່າງເປັນທາງການ ແລະ ເເຈ້ງກົດລະບຽບກະຕິກາ ໄວໆນີ້

Photos from Grow-Up VC's post 07/04/2026

ບານສົ່ງມິດຕະພາບ ສາຍສຳພັນ ລາວ - ໄທ ຄັ້ງທີ 5 🇱🇦🏐🇹🇭
ມ່ວນຊື່ນ ແລະ ເຕັມໄປດ້ວຍຮອຍຍິ້ມແຫ່ງມິດຕະພາບ ແລະ
ຄວາມຊົງຈຳທີດີ ຂອງທຸກທີມ ເຊິ່ງຈັດຂຶ້ນໃນວັນທີ 4 ເມສາ 2026 ທີ່ເດີ່ນໃນຮົ່ມວິທະຍາໄລເຕັກນິກຊັບພະວິຊາ 🥰🏆🏐

ຕ້ອງຂອບໃຈອ້າຍເອື້ອຍນ້ອງເຮົາທຸກຄົນ ທີ່ຮ່ວມໃຈກັນມາຮ່ວມ ແລະ ຈັດງານຄັ້ງນີ້ ໃຫ້ອອກມາດີທີ່ສຸດ 🇹🇭🙏🏻🥰🙏🏻🇱🇦

ງານນີ້ ບອກໄດ້ 3 ຄຳ ມ່ວນ ມັນ ເມົາ ກັນສຸດໆ 🤣🏐🍋🍻✌️

🙏🏻🥰👏🏻ຂໍຂອບໃຈຜູ້ສະໜັບສະໜູນ ການເເຂ່ງຂັນ:
ປະທານສະໂມສອນ Grow-Up VC
ປ໋າເຄ Ananda Champavilay
ປ໋າຕີ່ໂນ່ Sirtino Bounthisane
ນ້ອງເປົາ Pao Kanji
ເຈ້ປູ Pou Phetphailin Sengsylavong
ເຈ້ຫຍຸຍ Aphisith Sompaserth

Photos from Grow-Up VC's post 06/04/2026

ຊົມເຊີຍຜົນງານຂອງເດັກໆ U-20 Grow-Up VC ທີ່ສ້າງຜົນງານອອກມາດີ ຍາດໄດ້ອັນດັບທີ 3 🏐👏🏻🥉👏🏻🏐 ໃນການແຂ່ງຂັນ ບານສົ່ງ U-20 ຊິງຂັນປະທານສະໂມສອນບໍໂອວີຊີ ປະຈຳປີ 2026 ໃນລະຫວ່າງວັນທີ 4-5 ເມສາ 2026 ທີ່ຜ່ານມາ ທີ່ສະໜາມໃນຮົ່ມ ໂຮງຮຽນ ມສ ວຽງຈັນ 🥰✌️🥰
ທີ່ສຳຄັນ ໄດ້ຮັບລາງວັນພິເສດ ພ່ວງມາຕື່ມອີກ 1 ລາງວັນຄື:
Best Setter ນ້ຳເບີ 8 ນ້ອງພົນ ຂອງພວກເຮົາ 👏🏻🏐👏🏻

Keep Moving Forward to your Goal ✌️🥰🏆
ຝາກແຟນໆ ສືບຕໍ່ໃຫ້ກຳລັງໃຈ ແລະ ຊຸກຍູ້ພວກເຂົາ ໃຫ້ສ້າງຜົນງານທີ່ດີຂຶ້ນໃນໂອກາດຄັ້ງໜ້າດ້ວຍ 🥰🙏🏻🥰

Want your business to be the top-listed Gym/sports Facility in Vientiane?

Click here to claim your Sponsored Listing.

Location

Category

Address


Vientiane