01/07/2026
✅ ຈົບເກມ! ທັບນາຄາລະເບີດຟອມ ຖະຫຼົ່ມ GDS CASCHAIS 12-0 ຄວ້າໄຊ 3 ນັດຕິດ ໃນສຶກ IberCup 2026
ນັດທີ 3: 🇵🇹GDS CASCHAIS 0 - 12 W.I.GNAGA🇱🇦
ເຖິງແມ່ນໃນການຖ່າຍທອດສົດຈະສະແດງຜົນສະກໍເປັນ 11 ປະຕູ, ແຕ່ຫຼັງຈາກຜູ້ຈັດການແຂ່ງຂັນກວດສອບຜົນການແຂ່ງຂັນຢ່າງເປັນທາງການ ໄດ້ຢືນຢັນວ່າ ຜົນການແຂ່ງຂັນທີ່ຖືກຕ້ອງຄື 12-0 ໂດຍມີການບັນທຶກປະຕູຄົບທັງ 12 ລູກໃນລະບົບຂອງລາຍການ.
🔰ໄຮໄລ້ການແຂ່ງຂັນ:
ທ. ເອກະລາດ ວິໄລກຸນ ເບີ 7 3’ 8’ 44’
ທ. ແຟ້ງ ແສງສຸລິນທາ ເບີ 8 17’
ທ. ນິວ ພິມມະສອນ ເບີ 6 22’
ທ. ຄຳພູວົງ ແກ້ວມະນີວົງ ເບີ 11 26’
ທ. ຕິກໂນ້ ສິລິວົງໄຊ ເບີ 13 35’
ທ. ໂຊກນຳໄຊ ແສງອາລຸນ ເບີ 15 38’ 39’
ທ. ທະວີໄຊ ແກ້ວບໍລະກົດ ເບີ 9 43’
ທ. ອານຸສັກ ວິໄລກຸນ ເບີ 10 46’
ທ. ອາເປົາ ວົງວິໄລ ເບີ 14 49’
ຂໍສະແດງຄວາມຍິນດີກັບທັບນາຄາທຸກຄົນ ທີ່ຍັງຄົງສ້າງຜົນງານໄດ້ຢ່າງຮ້ອນແຮງ ແລະ ພ້ອມເດີນໜ້າລຸ້ນສູ່ເປົ້າໝາຍໃນການປ້ອງກັນແຊ້ມລາຍການ IberCup 2026 ຕໍ່ໄປ👏👏
01/07/2026
MATCHDAY 3 | IBERCUP 2026 ⚽️
🇵🇹 GDS CASCAIS 🆚 W.I.G NAGA 🇱🇦
ໃນວັນທີ 1 ກໍລະກົດ 2026 ທີ່ເມືອງແອສໂຕຣິວ, ປະເທດໂປຕຸເກດ
ເວລາລາວ 🇱🇦: 22:10 ໂມງ | ເວລາໂປຕຸເກດ 🇵🇹 16:10 ໂມງ
30/06/2026
ໃນວັນທີ 30 ມິຖຸນາ 2026 ສະໂມສອນ ວິໄລກຸນນາຄາ (W.I.G NAGA) ນຳໂດຍ: ປະທານ ວຽງໄຊ ວິໄລກຸນ ຈະເຂົ້າຮ່ວມພິທີເປີດການແຂ່ງຂັນ IBERCUP ESTORIL 2026 ຢ່າງເປັນທາງການ ທີ່ສະໜາມ Estádio da Luz ນະຄອນລິສບອນ, ປະເທດໂປຕຸເກດ ເຊິ່ງເປັນສະໜາມກິລາທີ່ໃຫຍ່ທີ່ສຸດຂອງປະເທດ.
✨ພິທີຈະເລີ່ມໃນເວລາ 20:00 ໂມງ ຂອງປະເທດໂປຕຸເກດ ກົງກັບເວລາ 2:00 ໂມງ ຂອງເວລາ ສປປ ລາວ.
ພິທີເປີດ IBERCUP ຖືເປັນໜຶ່ງໃນຊ່ວງເວລາທີ່ປະທັບໃຈທີ່ສຸດຂອງການແຂ່ງຂັນ ໂດຍຈະມີຂະບວນນັກກິລາຈາກຫຼາຍສິບປະເທດທົ່ວໂລກ ຖືທຸງຊາດຂອງຕົນເອງເຂົ້າສູ່ສະໜາມ ສ້າງບັນຍາກາດແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ນ້ຳໃຈນັກກິລາ ທີ່ເປັນເອກະລັກຂອງລາຍການນີ້.
ການໄດ້ຮ່ວມພິທີເປີດອັນສຳຄັນແລະຍິ່ງໃຫຍ່ໃນຄັ້ງນີ້ ນັບເປັນສິ່ງທີ່ຍ້ຳເຕືອນວ່າ: ສະໂມສອນ ວິໄລກຸນນາຄາ (W.I.G NAGA) ໄດ້ນຳທຸງຊາດລາວໄປສູ່ເວທີລະດັບນານາຊາດ ຮ່ວມກັບສະໂມສອນຊັ້ນນຳຈາກທົ່ວໂລກ ສະທ້ອນໃຫ້ເຫັນເຖິງຄວາມພ້ອມ, ຄວາມພາກພູມໃຈ ແລະ ການພັດທະນາຂອງບານເຕະເຍົາວະຊົນລາວໃນເວທີສາກົນ🇱🇦⚽
30/06/2026
ພາບບັນຍາກາດນັດທີ 2 | IBERCUP 2026 ⚽️
🇵🇹 ACADEMIA ALCOITAO 1 - 3 W.I.G NAGA 🇱🇦
ໃນວັນທີ 30 ມິຖຸນາ 2026 ທີ່ເມືອງແອສໂຕຣິວ, ປະເທດໂປຕຸເກດ
Wilaikul NAGA Academy
30/06/2026
ທັບນາຄາຟອມດີຢ່າງຕໍ່ເນື່ອງ ໂດຍການເອົາຊະນະທີມຈາກເຈົ້າຖິ່ນ 3 ປະຕູຕໍ່ 1 ເກັບໄປອີກ 3 ຄະແນນ
ນັດທີ 2 | IBERCUP 2026 ⚽️
🇵🇹 ACADEMIA ALCOITAO 1 - 3 W.I.G NAGA 🇱🇦
ໃນວັນທີ 30 ມິຖຸນາ 2026 ທີ່ເມືອງແອສໂຕຣິວ, ປະເທດໂປຕຸເກດ
Wilaikul NAGA Academy