04/08/2026
ເປີດຮັບຄູຝຶກສະໝັກໄດ້ເລີຍທີ່: https://forms.gle/5Q6zTLoL6YkpZJiP7
Contact information, map and directions, contact form, opening hours, services, ratings, photos, videos and announcements from Grassroots to Global Lao Rugby, Amateur Sports Team, Vientiane.
Empowering women in rugby — from grassroots to global | Building strong communities & leaders.
ສົ່ງເສີມຜູ້ຍິງໃນຣັກບີ ຈາກຮາກຖານສູ່ສາກົນ | ສ້າງຊຸມຊົນ ແລະ ຜູ້ນຳທີ່ເຂັ້ມແຂງ
04/08/2026
ເປີດຮັບຄູຝຶກສະໝັກໄດ້ເລີຍທີ່: https://forms.gle/5Q6zTLoL6YkpZJiP7
03/08/2026
ອ່ານເພີ່ມເຕີມ | ພົມມີ ສີວິໄລ 💚🏉
ຈາກ ຈຳປາບານ ສູ່ ທີມຣັກບີ້ຍິງທີມຊາດລາວ 🇱🇦
Phommy Sivilay ຈາກແຂວງຊຽງຂວາງ ເລີ່ມຕົ້ນເສັ້ນທາງຣັກບີ້ຂອງພົມມີຜ່ານ ໂຄງການຈຳປາບານ ບ່ອນທີ່ລາວໄດ້ຄົ້ນພົບຄວາມມັກ ແລະ ຄວາມຫຼົງໄຫຼໃນກິລາຣັກບີ້.
ເສັ້ນທາງຂອງພົມມີບໍ່ໄດ້ຢຸດຢູ່ພຽງການເປັນນັກກິລາ. ພົມມີ ຍັງໄດ້ພັດທະນາຕົນເອງ ແລະ ກ້າວຂຶ້ນມາເປັນ ຄູຝຶກຣັກບີ້ຈຳປາບານ, ເພື່ອຊ່ວຍແນະນຳ ແລະ ສ້າງແຮງບັນດານໃຈໃຫ້ນັກກິລາຮຸ່ນໃໝ່ໄດ້ເຕີບໂຕຜ່ານກິລາຣັກບີ້.
ຈາກນັ້ນ ລາວໄດ້ຮ່ວມຫຼິ້ນໃຫ້ກັບ Xieng Khouang RFC, ໄດ້ຮຽນຮູ້ປະສົບການ, ພັດທະນາທັກສະ ແລະ ທ້າທາຍຕົນເອງໃຫ້ກ້າວໄປສູ່ລະດັບທີ່ສູງຂຶ້ນ.
ໃນອາຍຸພຽງ 18 ປີ, ພົມມີ ໄດ້ບັນລຸອີກໜຶ່ງກ້າວສຳຄັນ ດ້ວຍການເຂົ້າຮ່ວມ ທີມຣັກບີ້ຍິງທີມຊາດລາວ ແລະ ຈົນເຖິງປັດຈຸບັນ ລາວຍັງຄົງສືບຕໍ່ສ້າງປະສົບການໃນທີມຊາດ.
ປັດຈຸບັນ ພົມມີ ໄດ້ຍ້າຍມາຢູ່ນະຄອນຫຼວງວຽງຈັນ ແລະ ເຂົ້າຮ່ວມ Vientiane Lions RFC, ເພື່ອສືບຕໍ່ເສັ້ນທາງໃນຖານະນັກກິລາ ພ້ອມທັງໄດ້ຮຽນຮູ້, ພົບປະໝູ່ໃໝ່ ແລະ ເປີດຮັບໂອກາດໃໝ່ໆ.
ສຳລັບ ພົມມີ, ຣັກບີ້ບໍ່ແມ່ນພຽງແຕ່ກິລາ. ມັນແມ່ນເສັ້ນທາງທີ່ຊ່ວຍໃຫ້ລາວໄດ້ ເຕີບໂຕ, ຮຽນຮູ້, ສ້າງຄວາມໝັ້ນໃຈ, ພົບພໍ້ຜູ້ຄົນໃໝ່ໆ ແລະ ຄົ້ນພົບວ່າຕົນເອງສາມາດໄປໄດ້ໄກພຽງໃດ.
ເສັ້ນທາງຂອງ Phommy ສະທ້ອນໃຫ້ເຫັນວ່າ Grassroots to Global ແມ່ນຫຍັງ:
ເລີ່ມຕົ້ນຈາກບ່ອນທີ່ເຮົາຢູ່
ຮຽນຮູ້ ແລະ ພັດທະນາຕົນເອງ
ສຶບຕໍ່ເຕີບໂຕ ແລະ ກ້າວໄປຂ້າງໜ້າ
ເຊື່ອໝັ້ນໃນຕົນເອງ ແລະ ໃນສິ່ງທີ່ຣັກບີ້ສາມາດພາເຮົາໄປໄດ້
ຈາກຮາກຖານ → ສູ່ສະໂມສອນ → ສູ່ທີມຊາດ
ແລະ ເສັ້ນທາງຍັງສືບຕໍ່ໄປ.
_________________________________________
READ MORE | Phommy Sivilay Phommy Sivilay
From Champa Ban to the Laos Women’s National Team. 🏉🇱🇦
Based in Xieng Khouang, Phommy Sivilay’s rugby journey began through the Champa Ban programme, where she first discovered her passion for the sport.
Her journey didn’t stop at being a player. She continued developing herself and took on a new role as a Champa Ban rugby coach, supporting and inspiring other young players to grow through rugby.
She later represented Xieng Khouang RFC, gaining more experience, building her skills, and challenging herself to reach the next level.
At just 18 years old, Phommy achieved another milestone by becoming part of the Laos Women’s National Rugby Team. She continues to represent the national team today.
Now based in Vientiane, she has joined Vientiane Lions RFC Nouwaen Vdl , continuing her journey as a player while connecting with new teammates, experiences, and opportunities.
For Phommy, rugby is more than just playing the game. It has been a pathway to grow, learn, build confidence, meet new people, and discover what she is capable of.
Her journey is a reminder of what Grassroots to Global is all about:
Start where you are.
Keep learning.
Keep growing.
And never stop believing in where rugby can take you. 💚🏉
From grassroots → to club → to national team.
And the journey continues. 🌱🌍
03/08/2026
— ຂວັນໃຈ
ຄູຝຶກຈຳປາບານຣັກບີ້ ເມືອງຄຳ, ແຂວງຊຽງຂວາງ
ໃນສະຫະພັນກິລາຣັກບີ້ແຫ່ງຊາດລາວ, ພວກເຮົາເຊື່ອວ່າ ຣັກບີ້ບໍ່ໄດ້ສ້າງພຽງແຕ່ນັກກິລາ ແຕ່ຍັງສ້າງຜູ້ນຳ, ຄວາມໝັ້ນໃຈ ແລະ ໂອກາດໃຫ້ແກ່ຊຸມຊົນ.
💙 ຮ່ວມສົ່ງເສີມຄົນຮຸ່ນໃໝ່ໃຫ້ເຕີບໂຕຜ່ານກິລາຣັກບີ້.
27/07/2026
ພວກເຮົາພູມໃຈທີ່ໄດ້ເຫັນ ນາງ ລົດຈະນາ ແກ້ວມະນີວົງ, ຜູ້ນຳໂຄງການ Grassroots to Global ປະເທດລາວ, ໄດ້ແບ່ງປັນເສັ້ນທາງການເປັນຜູ້ນຳໃນງານຕ້ອນຮັບຂອງ ທ່ານທູດ H.E. Mel Barlow, ເອກອັກຄະລາຊະທູດອັງກິດປະຈຳ ສປປ ລາວ, ເນື່ອງໃນໂອກາດສະຫຼອງຄວາມເປັນຜູ້ນຳຂອງແມ່ຍິງໃນ ສປປ ລາວ.
ໃນຖານະອະດີດຜູ້ເຂົ້າຮ່ວມ Women of the Future Southeast Asia Awards ແລະ Women of the Future Ambassador 2026 ຂອງ ສປປ ລາວ, ຕິນ່າໄດ້ແບ່ງປັນວ່າການເລີ່ມຕົ້ນຈາກລະດັບຊຸມຊົນ ແລະ ກິລາຣັກບີ້ ໄດ້ຫຼໍ່ຫຼອມຄວາມເປັນຜູ້ນຳຂອງລາວ ແລະ ສ້າງແຮງບັນດານໃຈໃຫ້ມີວິໄສທັດໃນການສົ່ງເສີມການເປັນຜູ້ນຳຂອງແມ່ຍິງໃນ ສປປ ລາວ ຜ່ານກິລາຣັກບີ້ ພ້ອມທັງສ້າງໂອກາດໃຫ້ເດັກຍິງ ແລະ ແມ່ຍິງ ໄດ້ກ້າວສູ່ເວທີລະດັບພາກພື້ນ ແລະ ລະດັບໂລກ.
ພວກເຮົາຮ່ວມສະຫຼອງຜູ້ນຳທີ່ສ້າງໂອກາດໃຫ້ຄົນອື່ນ, ຈຸດປະກາຍແຮງບັນດານໃຈໃຫ້ຄົນຮຸ່ນໃໝ່ກ້າຝັນໃຫຍ່ ແລະ ພິສູດວ່າ ຄວາມເປັນຜູ້ນຳເລີ່ມຕົ້ນຈາກລະດັບຮາກຖານ.
Proud to see our G2G Laos Programme Leader, Tina Keomanyvong, sharing her leadership journey at the British Ambassador’s Reception celebrating Women’s Leadership in Lao PDR, hosted by H.E. Mel Barlow, British Ambassador to Laos British Embassy Vientiane
As a Women of the Future Southeast Asia Awards alumna and Women Of The Future Ambassador 2026 for Laos, Tina shared how grassroots initiatives and rugby have shaped her leadership and inspired her vision to increase women’s leadership in Laos through rugby, while empowering more girls and women to represent Laos on regional and global stages.
We celebrate leaders who create opportunities for others, inspire the next generation to dream bigger, and prove that leadership starts at the grassroots.
"ເປົ້າໝາຍຂອງເຈົ້າໃນການເປັນນັກກິລາຣັກບີແມ່ນຫຍັງ?" 🏉
ບໍ່ມີຫຍັງເປັນໄປບໍ່ໄດ້ ຖ້າພວກເຮົາມີຄວາມມັກ ແລະ ຄວາມຕັ້ງໃຈໃນສິ່ງທີ່ເຮົາເຮັດ.
ຄໍາຕອບຂອງນ້ອງໆ ໄດ້ສະແດງໃຫ້ພວກເຮົາຮູ້ວ່າ ທຸກຄວາມຝັນລ້ວນເລີ່ມຕົ້ນຈາກຈຸດເລີ່ມຕົ້ນ (Grassroots). ຖ້າພວກເຂົາໄດ້ຮັບໂອກາດ, ການສະໜັບສະໜູນ ແລະ ຄວາມເຊື່ອໝັ້ນ, ນັກກິລາຮຸ່ນໃໝ່ໃນມື້ນີ້ ສາມາດເຕີບໂຕເປັນນັກກິລາສະໂມສອນ, ນັກກິລາທີມຊາດ, ຄູຝຶກ, ອາສາສະໝັກ ແລະ ຜູ້ນໍາໃນອະນາຄົດໄດ້.
ທີ່ Grassroots to Global (G2G) ພວກເຮົາມຸ່ງໝັ້ນສ້າງເສັ້ນທາງ ແລະ ໂອກາດເຫຼົ່ານັ້ນ ເພື່ອໃຫ້ໄວໜູ່ມໄດ້ເຕີບໂຕ ບໍ່ພຽງແຕ່ເປັນນັກກິລາທີ່ດີ ແຕ່ຍັງເປັນຄູຝຶກ, ອາສາສະໝັກ ແລະ ຜູ້ນໍາທີ່ສາມາດສ້າງຜົນກະທົບໃນທາງບວກໃຫ້ແກ່ຊຸມຊົນ.
ຈາກຈຸດຮາກຖານ... ສູ່ເວທີສາກົນ. ເຕີບໂຕເປັນຜູ້ນໍາຜ່ານກິລາຣັກບີ.
24/07/2026
“ສຳຫຼັບຂ້ອຍ, ຄວາມເປັນຜູ້ນຳ ບໍ່ແມ່ນການເຮັດໃຫ້ຄົນອື່ນເດີນຕາມເຮົາ ແຕ່ແມ່ນການສ້າງໂອກາດ, ສົ່ງເສີມ ແລະ ເປີດທາງໃຫ້ຄົນອື່ນກ້າຂື້ນມາເປັນຜູ້ນຳດ້ວຍຕົນເອງ.”
ພວກເຮົາພູມໃຈກັບ ນາງ ລົດຈະນາ ແກ້ວມະນີວົງ, ຜູ້ນຳໂຄງການ Grassroots to Global ປະເທດລາວ, ທີ່ໄດ້ແບ່ງປັນເສັ້ນທາງການເປັນຜູ້ນຳ ໂດຍໃຊ້ກິລາຣັກບີ້ເປັນເຄື່ອງມື ແລະ ຈຸດມຸ່ງໝາຍໃນການສ້າງແຮງບັນດານໃຈໃຫ້ຜູ້ຍິງຮຸ່ນໃໝ່ ໃນງານທີ່ສະຖານທູດອັງກິດ ປະຈຳ ສປປ ລາວ. 🇱🇦🇬🇧
24/07/2026
“Leadership is not about how many people follow you. It’s about how many people you empower to become leaders themselves.”
Proud to see our G2G Laos Programme Leader, Tina Keomanyvong, sharing her journey and inspiring the next generation of women leaders at the British Embassy in Laos. 🇱🇦
24/07/2026
| Monday | 09:00 - 17:00 |
| Tuesday | 09:00 - 18:00 |
| Wednesday | 09:00 - 18:00 |
| Friday | 09:00 - 18:00 |
| Saturday | 09:00 - 18:00 |
| Sunday | 09:00 - 18:00 |