ສະໂມສອນບານບ້ວງຫຼວງພະບາງ! ພ້ອມກ້າວໄປໄກ ແລະ ຍົກລະດັບບານບ້ວງຫຼວງພະບາງສູ່ລະດັບສາກົນ 🇱🇦✨
ຖ້າເວົ້າເຖິງສະໂມສອນບານບ້ວງ ທີ່ມີຄວາມໂດດເດັ່ນ ທັງຝີມື, ສັກກະຍະພາບ ແລະ ເຕັມພະລັງຂອງນັກກີລາ ແນ່ນອນວ່າ "ສະໂມສອນບານບ້ວງຫຼວງພະບາງ" ຄືໜຶ່ງໃນທີມທີ່ມີຊື່ສຽງ ແລະ ເປັນທີ່ຍອມຮັບຢ່າງກວ້າງຂວາງ!
ທີມຂອງພວກເຣົາບໍ່ໄດ້ມີດີແຕ່ໃນບ້ານ ເພາະທີ່ຜ່ານມາ ສະໂມສອນບານບ້ວງຫຼວງພະບາງ ໄດ້ເຄີຍກ້າວອອກໄປຮ່ວມການແຂ່ງຂັນໃນເວທີຕ່າງປະເທດ ແລະ ສາມາດສ້າງຜົນງານຈົນເປັນທີ່ຍອມຮັບ ແລະ ໄດ້ຮັບຄວາມຊົມເຊີຍຢ່າງຫຼວງຫຼາຍ! ດ້ວຍສູດປະສົມປະສານທີ່ລົງຕົວ ລະຫວ່າງ ນັກກີລາລາວ ແລະ ນັກກີລາຕ່າງປະເທດ ທີ່ຮ່ວມແຮງຮ່ວມໃຈກັນ ຫຼິ້ນດ້ວຍຄວາມເຂົ້າໃຈ ແລະ ສ້າງມາດຕະຖານການຫຼິ້ນແບບສາກົນຢ່າງແທ້ຈິງ.
ນອກຈາກນີ້, ພວກເຮົາຍັງໄດ້ ຍົກລະດັບພື້ນຖານໂຄງລ່າງ ທັງສະໂມສອນໃຫ້ມີຄຸນນະພາບ ແລະ ມາດຕະຖານທີ່ສູງຂຶ້ນ ເພື່ອຮອງຮັບການຝຶກຊ້ອມຢ່າງມືອາຊີບ ແລະ ພ້ອມຕ້ອນຮັບການແຂ່ງຂັນໃນລະດັບທີ່ສູງກວ່າເກົ່າ.
ທຸກໆ ການຊ້ອມ, ທຸກໆ ຢາດເຫື່ອ ແລະ ທຸກໆ ນັດການແຂ່ງຂັນ ຄືກ້າວສໍາຄັນທີ່ພວກເຮົາຈະເດີນໜ້າ. ຂໍຂອບໃຈທຸກພະລັງສະໜັບສະໜູນຈາກແຟນໆ ບານບ້ວງຫຼວງພະບາງ ແລະ ທຸກຄົນທີ່ເຊື່ອໝັ້ນໃນພວກເຮົາ.
ມາຮ່ວມສົ່ງແຮງໃຈ ແລະ ເປັນກໍາລັງໃຈໃຫ້ສະໂມສອນບານບ້ວງຫຼວງພະບາງ ກ້າວສູ່ຄວາມສໍາເລັດ! 💙🔥
#ບານບ້ວງຫຼວງພະບາງ #ພັດທະນາສູ່ລະດັບສາກົນ #ກ້າວສູ່ລະດັບສາກົນ
Luang Prabang Basketball Club
ສະໂມສອນ ບານບ້ວງ ຫລວງພະບາງ🏀🇱🇦
03/08/2026
ອາທິດທີ່ຜ່ານມາ ແຂວງຫຼວງພະບາງຈັດການແຂ່ງຂັນບານບ້ວງ ຊິງຂັນທ່ານ ປະທານຄະນະກຳມະການປົກຄອງແຂວງ ປະຈຳປີ 2026
ເພື່ອເປັນການສົ່ງເສີມຂະບວນການກິລາ ແລະ ສ້າງຂະບວນການຄຶກຄື້ນໃນທົ່ວແຂວງ, ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງ ຮ່ວມກັບ ສະຫະພັນບານບ້ວງແຂວງ ໄດ້ຮັບອະນຸມັດຈັດການແຂ່ງຂັນບານບ້ວງ (ຍິງ-ຊາຍ) ປະຈຳປີ 2026 ເພື່ອຊິງຂັນ ທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ.
ໃນພິທີດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານນາງ ວຽນວິໄລ ດີລະພັນ, ຮອງປະທານ ຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມດ້ວຍຄະນະນຳ, ຜູ້ຕາງໜ້າຈາກພະແນກການອ້ອມຂ້າງ ແລະ ນັກກິລາເຂົ້າຮ່ວມຢ່າງພ້ອມພຽງ.
ການແຂ່ງຂັນໃນຄັ້ງນີ້ ຈະຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງວັນທີ 24-26 ກໍລະກົດ 2026 ຢູ່ທີ່ ສະໂມສອນບານບ້ວງຫຼວງພະບາງ (ບ້ານນາສັງເວີຍ, ເມືອງຫຼວງພະບາງ, ແຂວງຫຼວງພະບາງ). ຈຸດປະສົງແມ່ນເພື່ອຊຸກຍູ້ໃຫ້ເຍົາວະຊົນ ແລະ ມວນຊົນ ຫັນມາຫຼິ້ນກິລາເພື່ອສຸຂະພາບ, ຄັດເລືອກນັກກິລາທີ່ມີພັດທະນາການ ແລະ ສ້າງຄວາມສາມັກຄີພາຍໃນແຂວງ.
29/07/2026
ປະມວນພາບບັນຍາກາດການແຂ່ງຂັນໃນງານຊິງຂັນທ່ານປະທານກຳມະການປົກຄອງແຂວງຫຼວງພະບາງ
ລະຫວ່າງວັນທີ່ 24-26/7/2026
ລິ້ງຮູບພາບເພີ່ມເຕີມ: https://drive.google.com/drive/folders/11CBFp4ChMoUOLqSrsKZzrThcS86cVgQz?usp=sharing
#ທະນາຄານສົ່ງເສີມກະສິກຳ #ບໍລິສັດລ້ານຊ້າງປະກັນໄພ #ນ້ຳດື່ມຫົວເສືອ #ເຄື່ອງດື່ມເກືອແຮ່ສະຕິງ #ເຄື່ອງດື່ມເກືອແຮ່ຮີໄວລ໌ #ບໍລິສັດລາວໂທລະຄົມ
27/07/2026
ບົດສະຫລຸບງານແຂ່ງຂັນບານບ້ວງຊິງຂັນທ່ານປະທານຄະນະກຳມະການປົກຄອງແຂວງຫລວງພະບາງ ລະຫວ່າງ ວັນທີ່ 24-26/7/2026 ທີ່ສະໜາມກິລາໃນຮົ່ມ ນາສ້າງເຫວີຍ
--------------------------------------
U11MIX ປະສົມ
🥇Xinhua
🥈New Brothers
🥉Lao Legend
🏆MVP ທ້າວ ໂຊລ່າ
U13ຍິງ
🥇lao legend
🥈luangprabang APB Bank
🥉ເຂົ້າປຽກປາ5ລ້ຽວ
🏆MVP ນາງ ອາລິສາ
U13ຊາຍ
🥇Lao Legend
🥈LLBC
🥉luangprabang APB Bank
🏆MVP ທ້າວ ທິລາພົນ
U16ຍິງ
🥇LPB 2
🥈S Petroleum 🇹🇭
🥉luangprabang APB Bank
🏆MVP ນາງ ອອນໄພລິນ
U16ຊາຍ
🥇Luangprabang APB Bank
🥈CIB
🥉BEN NON🇹🇭
🏆MVP ທ້າວ ທະນູສອນ
U18ຍິງ
🥇Luangprabang APB Bank
🥈Luangprabang B
🥉Lao Legend
🏆MVP ນາງ ພິນັດດາ
U18ຊາຍ
🥇Lao Legend
🥈Luangprabang APB Bank
🥉PN Sport
🏆MVP ທ້າວ ບ໋ອບບີ່
ທົ່ວໄປຍິງ
🥇Lao Legend
🥈AorAir Pizza
🥉Luangprabang APB Bank
🏆MVP ຟ້າໄອລະດາ
ທົ່ວໄປຊາຍ
🥇Luangprabang APB Bank🇱🇦
🥈Kuala Lumpur🇲🇾
🥉The Laughing Cow🇺🇸
🏆MVP Mo rakinyo William
--------------------------------------
ໝາຍເຫດ: ສຳຫລັບເງິນລາງວັນແມ່ນໃຫ້ຄະນະນັກກິລາຕິດຕໍ່ຫາຜ່ານເບີ 020 51676226
--------------------------------------
#ທະນາຄານສົ່ງເສີມກະສິກຳ 💚
🏀🏀ງານແຂ່ງຂັນກິລາບານບ້ວງຊິງຂັນ ທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ຄັ້ງວັນທີ່ 26/07/2026
25/07/2026
⚜️ຕາຕາລາງການແຂ່ງຂັນໃນມື້ສຸດທ້າຍ FINAL DAY SCHEDULE
ງານແຂ່ງຂັນກິລາບານບ້ວງ 3X3 ຊິງຂັນ ທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ລະຫວ່າງວັນທີ່ 24-26 ກໍລະກົດ 2026🏀🏆🥇🥈🥉
📍ສະໜາມກິລາໃນຮົ່ມ ສະໂມສອນບານບ້ວງ ຫຼວງພະບາງ
https://maps.app.goo.gl/WWQtZsANkWChodFTA?g_st=ic
❇️ກວດສອບຕາຕາລາງເພີ່ມເຕີມ
https://play.fiba3x3.com/events/bcdf6772-fa4c-427d-a908-f32fa649f7c6/schedule
ສອບຖາມຂໍ້ມູນເພີ່ມເຕີມ ສາມາດຕິດຕໍ່ທາງເພຈ ຫຼື ເບີ 020 51676226☎️
🏀🏀ງານແຂ່ງຂັນກິລາບານບ້ວງຊິງຂັນ ທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ຄັ້ງວັນທີ່ 25/07/2026
25/07/2026
TEAM LUANG PRABANG APB BANK💚
📣 ຂໍເຊີນຊວນທຸກຄົນ ເຂົ້າຮ່ວມຮັບຊົມການແຂ່ງຂັນກິລາບານບ້ວງ 3X3 ຊິງຂັນ ທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ລະຫວ່າງວັນທີ່ 24-26 ກໍລະກົດ 2026✨
ໃນງານແຂ່ງຂັນຈະມີກິດຈະກຳຫຼາຍໆຢ່າງໃຫ້ທ່ານໄດ້ຮ່ວມມ່ວນຊື່ນໄປນຳພວກເຮົາ🏆🏀
🏀🏀ງານແຂ່ງຂັນກິລາບານບ້ວງຊິງຂັນ ທ່ານ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ຄັ້ງວັນທີ່ 24/07/2026
Click here to claim your Sponsored Listing.
Location
Category
Website
Address
Luang Prabang