07/08/2026
ສະຫະພັນດອກປີກໄກ່ ແຂວງອັດຕະປື ເປີດການແຂ່ງການກິລາດອກປີກໄກ່ ຊິງລາງວັນ ທ່ານ ເລຂາພັກ ແຂວງອັດຕະປື, ປະທານສະພາປະຊາຊົນແຂວງອັດຕະປື ເພື່ອເປັນການຕ້ອນຮັບ ວັນເປີດໄຂ ສົກຮຽນໃໝ່ ປະຈໍາປີ 2026 ເປັນການສ້າງມິດຕະພາບຄວາມສາມັກຄີ ແລະ ປຸກລະດົມເຊີນຊວນທຸກຄົນຫັນມາຫຼີ້ນກິລາດອກປີກໄກ່ໃຫ້ຫຼາຍຂຶ້ນ. ມີລາຍລະອຽດດັ່ງນີ້:
I. ລາຍລະອຽດການແຂ່ງຂັນ
1. ປະເພດລາຍການແຂ່ງຂັນມີແຕ່ ປະເພດຄູ່ທົ່ວໄປ ໂດຍມີ 4 ລາຍການຄື: 1) ລາຍການລະດັບມື BG, 2) ມື N, 3) ມື P ແລະ ລາຍການອະວຸໂສທົ່ວໄປ.
2. ການແຂ່ງຂັນແມ່ນ ວັນທີ 15-16/08/2026 ເລີ່ມເວລາແຕ່ 8:00 ໂມງ;
3. ສະຖານທີ່: ສະໂມສອນດອກປີກວັນນະເດດ;
4. ໃຊ້ດອກປີກໄກ່ ຍີ່ຫໍ້ ທັນກົງ ຄວາມໄວ 77 ໃນການແຂ່ງຂັນ.
II. ການລົງທະບຽນສະໝັກ
1. ຄ່າສະໝັກ 300,000 (ສາມແສນ) ກີບ/ຄູ່ ໂດຍໂອນເງິນເຂົ້າບັນຊີ ເລກທີ 0301800410028996 (ຊື່ VANNADETH BADMINTON) ຫຼື ຈະມອບເປັນເງິນສົດ ທີ່ສະໂມສອນດອກປີກໄກ່ວັນນະເດດ ກ່ອນເວລາ 12:00 ໂມງຂອງ ວັນທີ 13/08/2026;
2. ນັກກິລາແຕ່ລະຄູ່ທີ່ລົງສະໝັກຕ້ອງໄດ້ສົ່ງ ວິດີໂອ ການຕີດອກ ໃຫ້ຄະນະກໍາມະການເຕັກນິກ ທາງວອດແອບ ເບີໂທ 020 97787777 ເພື່ອປະເມີນລະດັບຫຼີ້ນທີ່ຈະລົງແຂ່ງຂັນ;
3. ເປີດຮັບສະໝັກ ຈົນຮອດວັນທີ 13/08/2026 ກ່ອນເວລາ 12:00 ໂມງ ແລະ ຈົກສະຫຼາກແບ່ງສາຍ ເວລາ 18:00 ໂມງ ຂອງວັນດຽ່ວກັນ.
III. ປະເພດລາງວັນ
1. ລາຍການລະດັບມື້ BG : ອັນດັບທີ 1 ໄດ້ຫຼຽນຄໍາ ພ້ອມເງິນລາງວັນ 2,000,000 ກີບ; ອັບດັບທີ 2 ໄດ້ຫຼຽນເງິນ ພ້ອມເງິນລາງວັນ 1,000,000 ກີບ ແລະ ອັບດັບ 3-4 ຮ່ວມ ໄດ້ຫຼຽນທອງແດງ ພ້ອມເງິນລາງວັນ 500,000 ກີບ;
2. ລາຍການລະດັບມື້ N : ອັນດັບທີ 1 ໄດ້ຫຼຽນຄໍາ ພ້ອມເງິນລາງວັນ 2,000,000 ກີບ; ອັບດັບທີ 2 ໄດ້ຫຼຽນເງິນ ພ້ອມເງິນລາງວັນ 1,000,000 ກີບ ແລະ ອັບດັບ 3-4 ຮ່ວມ ໄດ້ຫຼຽນທອງແດງ ພ້ອມເງິນລາງວັນ 500 ,000 ກີບ;
3. ລາຍການລະດັບມື້ P : ອັນດັບທີ 1 ໄດ້ຫຼຽນຄໍາ ພ້ອມເງິນລາງວັນ 3,000,000 ກີບ; ອັບດັບທີ 2 ໄດ້ຫຼຽນເງິນ ພ້ອມເງິນລາງວັນ 2,000,000 ກີບ ແລະ ອັບດັບ 3-4 ຮ່ວມ ໄດ້ຫຼຽນທອງແດງ ພ້ອມເງິນລາງວັນ 1,000,000 ກີບ.
4. ລາຍການອະວຸໂສທົ່ວໄປ : ອັນດັບທີ 1 ໄດ້ຫຼຽນຄໍາ ພ້ອມເງິນລາງວັນ 1,500,000 ກີບ ; ອັບດັບທີ 2 ໄດ້ຫຼຽນເງິນ ພ້ອມເງິນລາງວັນ 700,000 ກີບ.