04/04/2026
ໃນວັນທີ 04 ເມສາ 2026, ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະຫະພັນກາຣາເຕໂດແຫ່ງຊາດລາວ ໄດ້ຈັດການຄັດເລືອກນັກກີລາ ປະຈຳປີ 2026 ເພື່ອເຂົ້າຊ້ອມເປັນນັກກິລາທີມຊາດ ເປັນຕົວແທນໃຫ້ນັກກິລາກາຣາເຕໂດລາວ ເຂົ້າຮ່ວມການແຂ່ງຂັນ ໃນງານມະຫາກຳກິລາເອຊຽນເກມ (ASIAN Games) ທີ່ ນາໂກຢາ ປະເທດຍີ່ປຸ່ນ, ງານແຂ່ງຂັນກາຣາເຕໂດອາຊຽນ ທີ່ ສສ ຫວຽດນາມ (SEAKF Championships), ງານແຂ່ງຂັນມະຫາວິທະຍາໄລອາຊຽນ ແລະ ລາຍການແຂ່ງຂັນຕ່າງໆ ໃນລະດັບພາກພື້ນ ແລະ ສາກົນ.