13/07/2026
ເທີນ-ຫີນບູນ ສ້າງຄວາມເຂັ້ມແຂງດ້ານວຽກງານສາທາລະນະສຸກໃຫ້ແກ່ຊຸມຊົນ
ໃນຕອນບ່າຍຂອງວັນທີ 09 ກໍລະກົດ 2026, ອົງການປົກຄອງ ແລະ ຫ້ອງການສາທາລະນະສຸກເມືອງຄູນຄຳ ຮ່ວມກັບ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ແລະ ພາກສ່ວນທີ່ກ່ຽວຂ້ອງຂອງເມືອງຄູນຄຳ ໄດ້ຈັດພິທີມອບ-ຮັບໂຄງການກໍ່ສ້າງຫ້ອງລັງສີ (X-Ray) ຢູ່ທີ່ໂຮງໝໍເມືອງຄູນຄຳ, ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ຄໍາປ່ຽນ ມະນີຄໍາ, ເລຂາພັກເມືອງ, ປະທານສະພາປະຊາຊົນເມືອງຄູນຄຳ ແລະ ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ພ້ອມດ້ວຍຄະນະນຳຂັ້ນສູງຂອງເມືອງຄູນຄຳ, ພະແນກສາທາລະນະສຸກແຂວງຄໍາມ່ວນ, ພະນັກງານແພດໝໍ, ຄະນະຜູ້ບໍລິຫານບໍລິສັດ THPC ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ຕາງໜ້າ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງຫ້ອງລັງສີໃຫ້ໂຮງໝໍເມືອງຄູນຄຳ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ວັນທີ 01 ພຶດສະພາ 2026 ແລະ ສຳເລັດການກໍ່ສ້າງຢ່າງເປັນທາງການໃນວັນທີ 30 ມິຖຸນາ 2026. ໂຄງສ້າງອາຄານເປັນອາຄານຊັ້ນດຽວ, ຂະໜາດ 6x8 ແມັດ, ກໍ່ຝາດ້ວຍດິນຈີ່ ໜາ 20 ຊັງຕີແມັດ ພ້ອມໂບກ ແລະ ທາສີທັງສອງດ້ານ; ພື້ນເບຕົງ; ໂຄງຫຼັກຄາເຫຼັກມຸງດ້ວຍກະເບື້ອງຂອງໄທ; ຕິດຕັ້ງລະບົບໄຟຟ້າ-ນ້ຳປະປາ ແລະ ບານປະຕູປ່ອງຢ້ຽມພາຍໃນອາຄານຢ່າງຄົບຖ້ວນ. ໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງທັງໝົດ 466,567,500 ກີບ (ສີ່ຮ້ອຍຫົກສິບຫົກລ້ານ ຫ້າແສນຫົກສິບເຈັດພັນ ຫ້າຮ້ອຍກີບ).
ທ່ານ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫຍ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ກ່າວເນັ້ນໜັກວ່າ: ໂຄງການກໍ່ສ້າງຫ້ອງລັງສີດັ່ງກ່າວ ແມ່ນໜຶ່ງໃນໂຄງການຊ່ວຍເຫຼືອລ້າ ພາຍໃຕ້ແຜນງານພັດທະນາສັງຄົມຂອງບໍລິສັດ ໂດຍມີຈຸດປະສົງແນໃສ່ສ້າງຄວາມເຂັ້ມແຂງ ແລະ ຍົກລະດັບຂີດຄວາມສາມາດໃຫ້ແກ່ໂຮງໝໍຊຸມຊົນເມືອງຄູນຄຳ ໃນການຮັກສາ ແລະ ໃຫ້ບໍລິການດ້ານສາທາລະນະສຸກແກ່ຄົນເຈັບ ບໍ່ວ່າຈະເປັນພໍ່ແມ່ປະຊາຊົນພາຍໃນເມືອງຄູນຄຳ, ຊຸມຊົນອ້ອມຂ້າງ ກໍຄືພະນັກງານຂອງບໍລິສັດ ເທີນ-ຫີນບູນ ໃຫ້ສາມາດເຂົ້າເຖິງການປິ່ນປົວທີ່ທັນສະໄໝ, ໄດ້ມາດຖານ ແລະ ວ່ອງໄວ.
ໃນໂອກາດອັນສະຫງ່າລາສີນີ້, ທ່ານ ພົມມາລາ ຄານລາຫວັນ, ປະທານຄະນະກຳມະການປົກຄອງເມືອງຄູນຄຳ ກໍໄດ້ສະແດງຄວາມຂອບໃຈຢ່າງສູງ ແລະ ຍ້ອງຍໍຊົມເຊີຍມາຍັງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ຍາມໃດກໍເປັນຄູ່ຮ່ວມພັດທະນາທີ່ດີ ແລະ ຍົງຍືນ ດ້ວຍການໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ອົງການປົກຄອງເມືອງ ແລະ ພໍ່ແມ່ປະຊາຊົນເມືອງຄູນຄຳຕະຫຼອດມາ ບໍ່ວ່າຈະເປັນການພັດທະນາພື້ນຖານໂຄງລ່າງ ເປັນຕົ້ນແມ່ນ ເສັ້ນທາງ, ລະບົບນ້ຳສະອາດ, ການສົ່ງເສີມວິຊາຊີບເພື່ອປັບປຸງຊີວິດການເປັນຢູ່, ການພັດທະນາຂະແໜງການສຶກສາ ແລະ ພິເສດແມ່ນການຮ່ວມມືສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງສາທາລະນະສຸກໃນຄັ້ງນີ້, ຊຶ່ງເປັນການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງເມືອງຄູນຄຳໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງໜັກແໜ້ນ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະກອບມີສອງເຂື່ອນຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນ້ຳຍວງ ຊຶ່ງຕັ້ງຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ, ມີ ກຳລັງຕິດຕັ້ງລວມ 520 ເມກາວັດ. ນອກຈາກການຜະລິດໄຟຟ້າເປັນບຸລິມະສິດຕົ້ນຕໍແລ້ວ ບໍລິສັດຍັງໄດ້ຈັດຕັ້ງປະຕິບັດກິດຈະກຳທາງດ້ານສັງຄົມ ແລະ ສິ່ງແວດລ້ອມຢູ່ 05 ຕົວເມືອງ ພາຍໃນ 02 ແຂວງ ຕື່ມອີກ. ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການ ໃນປີ 1998 ຫາ 2025, ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ປະຕິບັດພັນທະໃຫ້ລັດຖະບານ ຫຼາຍກວ່າ 958 ລ້ານໂດລາສະຫາລັດ ຊຶ່ງລວມມີ: ເງິນປັນຜົນ 604.56 ລ້ານໂດລາສະຫະລັດ, ອາກອນກຳໄລ 184.3 ລ້ານໂດລາສະຫະລັດ ແລະ ເງິນຄ່າພາກຫຼວງ 136.34 ລ້ານໂດລາສະຫະລັດ ແລະ ເງິນສົ່ງຄືນຕົ້ນທຶນໃຫ້ລັດຖະບານ 33 ລ້ານໂດລາສະຫະລັດ.
11/07/2026
ເທີນ-ຫີນບູນ ສະເຫຼີມສະຫຼອງວັນປ່ອຍປາແຫ່ງຊາດ
ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2026, ອົງການປົກຄອງເມືອງຫີນບູນ, ຕາແສງຄຳແກ້ວ, ອົງການປົກຄອງບ້ານຄຳແກ້ວ ພ້ອມດ້ວຍພໍ່ແມ່ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໄດ້ຮ່ວມກັບບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຈັດພິທີປ່ອຍປາເນື່ອງໃນໂອກາດວັນປ່ອຍປາແຫ່ງຊາດ ຢູ່ອ່າງນ້ຳຫີນບູນ ເຂດບ້ານຄຳແກ້ວ, ຕາແສງຄຳແກ້ວ, ເມືອງຫີນບູນ, ແຂວງຄຳມ່ວນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາສິງ ອໍລາວັນ, ເລຂາພັກເມືອງ, ປະທານບໍລິຫານງານພັກເມືອງ ຫີນບູນ ໂດຍມີຕາງໜ້າຜູ້ບໍລິຫານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ, ພາກສ່ວນທີ່ກ່ຽວຂ້ອງຂອງເມືອງຫີນບູນ, ຕາແສງຄຳແກ້ວ, ອົງການປົກຄອງບ້ານ ແລະ ບັນດາແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ທ່ານ ຄໍາສິງ ອໍລາວັນ, ປະທານເລຂາພັກເມືອງຫີນບູນ ໄດ້ກ່າວວ່າ: “ເມືອງຫີນບູນເປັນເມືອງທີ່ອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ ແລະ ສັດນ້ຳ ແລະ ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຊາວເມືອງຫີນບູນ ແມ່ນໄດ້ອາໃສທຳມະຊາດແຕ່ດົນນານມາຫຼາຍຍຸກ ຫຼາຍສະໄໝ. ມາຮອດປະຈຸບັນນີ້ເຫັນວ່າຊັບພະຍາກອນທຳມະຊາດແມ່ນຫຼຸດນ້ອຍຖອຍລົງຍ້ອນຫຼາຍປັດໃຈ. ສະນັ້ນ, ເພື່ອເປັນການເພີ່ມຄວາມອຸດົມສົມບູນ ແລະ ອະນຸລັກຊັບພະຍາກອນ ສັດນ້ຳ ໃຫ້ມີຄວາມຍືນຍົງ, ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຫີນບູນ ໄດ້ສົມທົບກັບບໍລິສັດ ເທີນ-ຫີນບູນ ຈັດພິທີປ່ອຍປາໃນມື້ນີ້ຂຶ້ນ. ນອກນັ້ນ, ທ່ານປະທານຄະນະກຳມະການປົກຄອງເມືອງຫີນບູນ ຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ປະກອບສ່ວນງົບປະມານໃນການຈັດພິທີປ່ອຍປາໃນຄັ້ງນີ້”.
ທ່ານ ປອ ຈີ່ຊົງ ຈື່ຫວາໄຊກິ, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ໃຫ້ຮູ້ວ່າວ່າ: “ພິທີປ່ອຍປາດັ່ງກ່າວເປັນທິດທາງຂອງ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ພາຍໃຕ້ການປະສານສົມທົບກັບອົງການປົກຄອງເມືອງຫີນບູນ ທັງສອງພາກສ່ວນຈຶ່ງໄດ້ຕົກລົງເປັນເຈົ້າພາບຮ່ວມກັນຈັດພິທີປ່ອຍປາໃນມື້ນີ້ຂຶ້ນ ຊຶ່ງແມ່ນໜຶ່ງໃນກິດຈະກຳຄວາມຮັບຜິດຊອບຕໍ່ສັງຄົມ ແລະ ການສົ່ງເສີມສິ່ງແວດລ້ອມຂອງບໍລິສັດ. ກິດຈະກຳດັ່ງກ່າວຈະຈັດປີລະ 01 ຄັ້ງ ໂດຍໝູນວຽນໄປຈັດຢູ່ບັນດາເມືອງເປົ້າໝາຍເຊັ່ນ: ເມືອງຄຳເກີດ, ເມືອງຄູນຄຳ ແລະ ເມືອງຫີນບູນ. ກິດຈະກຳການປ່ອຍປາ ແມ່ນມີຈຸດປະສົງເພື່ອເປັນການເພີ່ມຈຳນວນປະຊາກອນປາ ແລະ ຄວາມອຸດົມສົມບູນໃຫ້ແກ່ລະບົບນິເວດຢູ່ເຂດນ້ຳຫີນບູນ, ນ້ຳໄຮ ແລະ ເພື່ອໃຫ້ພໍ່ແມ່ປະຊາຊົນມີແຫຼ່ງອາຫານທີ່ຍືນຍົງ. ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ໄດ້ປະກອບສ່ວນແນວພັນປາທີ່ນໍາມາປ່ອຍຄັ້ງນີ້ຈຳນວນ 14,000 ໂຕ, ນອກຈາກນັ້ນຍັງໄດ້ສະໜອງແນວພັນປາໃຫ້ແກ່ພາກສ່ວນອື່ນໆ ເພື່ອສົ່ງເສີມກິດຈະກໍາການປ່ອຍປາ ເຊັ່ນ: ເມືອງຄຳເກີດ ຈຳນວນ 4,000 ໂຕ ແລະ ເມືອງຄູນຄຳ 4,000 ໂຕ, ເຊີ່ງລວມມູນຄ່າທັງໝົດສໍາລັບກິດຈະກໍາປ່ອຍປາໃນປີ 2026 ແມ່ນ 43,200,000 ກີບ.”
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ໃຫ້ຄວາມສຳຄັນແກ່ວຽກງານປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໂດຍປະຕິບັດຕາມທິດທາງຂອງບໍລິສັດຄື: ກ້າວໄປສູ່ການເປັນຕົວແບບໃນພັດທະນາໂຄງການໄຟຟ້ານ້ຳຕົກແບບຍືນຍົງ ແລະ ເປັນມິດກັບສິ່ງແວດລ້ອມຂອງ ສປປ ລາວ.
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະກອບມີສອງເຂື່ອນຄື: ເຂື່ອນເທີນ-ຫີນບູນ ແລະ ເຂື່ອນນ້ຳຍວງ ຊຶ່ງຕັ້ງຢູ່ແຂວງບໍລິຄຳໄຊ ແລະ ແຂວງຄຳມ່ວນ, ມີ ກຳລັງຕິດຕັ້ງລວມ 520 ເມກາວັດ. ນອກຈາກການຜະລິດໄຟຟ້າເປັນບຸລິມະສິດຕົ້ນຕໍແລ້ວ ບໍລິສັດຍັງໄດ້ຈັດຕັ້ງປະຕິບັດກິດຈະກຳທາງດ້ານສັງຄົມ ແລະ ສິ່ງແວດລ້ອມຢູ່ 05 ຕົວເມືອງ ພາຍໃນ 02 ແຂວງ ຕື່ມອີກ. ນັບຕັ້ງແຕ່ການຜະລິດໄຟຟ້າຂອງໂຄງການ ໃນປີ 1998 ຫາ 2025, ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ ໄດ້ປະຕິບັດພັນທະໃຫ້ລັດຖະບານ ຫຼາຍກວ່າ 958 ລ້ານໂດລາສະຫາລັດ ຊຶ່ງລວມມີ: ເງິນປັນຜົນ 604.56 ລ້ານໂດລາສະຫະລັດ, ອາກອນກຳໄລ 184.3 ລ້ານໂດລາສະຫະລັດ ແລະ ເງິນຄ່າພາກຫຼວງ 136.34 ລ້ານໂດລາສະຫະລັດ ແລະ ເງິນສົ່ງຄືນຕົ້ນທຶນໃຫ້ລັດຖະບານ 33 ລ້ານໂດລາສະຫະລັດ.
08/07/2026
Opportunity for you to Join THPC
23/06/2026
Job opportunities with THPC are now opened for you
26/05/2026
Your opportunity to work with THPC
ໂອກາດຂອງທ່ານໃນການເຮັດວຽກຢູ່ ບໍລິສັດ ເທີນ-ຫີນບູນ ພາວເວີ ຈໍາກັດ
25/05/2026
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ຈັດກອງປະຊຸມບໍລິຫານຈັດການນ້ຳ ແລະ ຝຶກຊ້ອມອົບພະຍົບສຸກເສີນ ປະຈຳປີ 2026
ທີ່ເມືອງຄໍາເກີດ ແຂວງ ບໍລິຄຳໄຊ, ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ສືບຕໍ່ໃຫ້ຄວາມສຳຄັນສູງສຸດຕໍ່ຄວາມປອດໄພຂອງຊຸມຊົນ ດ້ວຍການຈັດກອງປະຊຸມເຜີຍແຜ່ແຜນບໍລິຫານຈັດການນ້ຳ ແລະ ຝຶກຊ້ອມອົບພະຍົບສຸກເສີນພາກສະໜາມໃນ 15 ບ້ານເປົ້າໝາຍ ເພື່ອກຽມຄວາມພ້ອມຮັບມືກັບລະດູຝົນ ປະຈຳປີ 2026 ຢ່າງເປັນຂະບວນກວ້າງຂວາງ.
ໃນວັນທີ 21 ພຶດສະພາ 2026, ກອງປະຊຸມໄດ້ຈັດຂຶ້ນຢູ່ຫ້ອງວ່າການປົກຄອງເມືອງຄຳເກີດ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳສິງ ສາຍພູວົງ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງບໍລິຄຳໄຊ. ໂດຍມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັ່ນ: ກົມສັງຄົມສົງເຄາະ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກົມກວດກາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອົງການປົກຄອງເມືອງຄຳເກີດ ແລະ ເມືອງວຽງທອງ, ພ້ອມດ້ວຍຕາງໜ້າຈາກເຂື່ອນໄຟຟ້ານ້ຳເທີນ 1 ແລະ ນ້ຳເທີນ 2.
THPC ຢຶດຖືຫຼັກການທີ່ວ່າ: “ທຸກໆຢອດນ້ຳທີ່ຢູ່ເບື້ອງຫຼັງເຂື່ອນ ລ້ວນແຕ່ເຕັມໄປດ້ວຍກາລະໂອກາດອັນຍິ່ງໃຫຍ່ ແລະ ຄວາມສ່ຽງອັນມະຫາສານ.” ເພື່ອຫັນປ່ຽນຄວາມສ່ຽງໃຫ້ເປັນກາລະໂອກາດ ແລະ ຄວາມປອດໄພ, ບໍລິສັດໄດ້ວາງ 3 ບຸລິມະສິດຫຼັກ:
1. ຄວາມປອດໄພຂອງເຂື່ອນ: ການກວດກາເຂື່ອນ ແລະ ສີ່ງອໍານວຍຄວາມສະດວກຕ່າງໆ, ບໍລິຫານຈັດການລະດັບນ້ຳຢ່າງເຄັ່ງຄັດບໍ່ໃຫ້ລົ້ນເຂື່ອນ ແລະ ກຽມພື້ນທີ່ຮອງຮັບນ້ຳໄວ້ລ່ວງໜ້າ.
2. ຫຼຸດຜ່ອນຜົນກະທົບລຸ່ມເຂື່ອນ: ເນັ້ນການແຈ້ງເຕືອນລ່ວງໜ້າ ແລະ ແລະ ຄວບຄຸມການປ່ອຍນ້ຳໃຫ້ສອດຄ່ອງກັບປະລິມານນ້ຳໄຫຼເຂົ້າຕາມທຳມະຊາດ.
3. ຄວາມໝັ້ນຄົງທາງພະລັງງານ: ຮັກສານ້ຳໄວ້ໃຫ້ພຽງພໍສຳລັບການຜະລິດໄຟຟ້າໃນລະດູແລ້ງ.
ໃນວັນທີ 22 ພຶດສະພາ 2026, ບໍລິສັດໄດ້ຈັດການຝຶກຊ້ອມໃຫຍ່ໃນ 15 ບ້ານເປົ້າໝາຍ (ເມືອງຄຳເກີດ 14 ບ້ານ ແລະ ເມືອງວຽງທອງ 1 ບ້ານ). ການຝຶກຊ້ອມໄດ້ ຈຳລອງເຫດການສຸກເສີນ ເພື່ອໃຫ້ປະຊາຊົນໄດ້ຝຶກຝົນການເຄື່ອນຍ້າຍໄປຫາ "ຈຸດປອດໄພ" ທີ່ກຳນົດໄວ້. ການຝຶກຊ້ອມໄດ້ເນັ້ນໜັກ 3 ຈຸດສຳຄັນ:
1. ການສື່ສານ: ການທົດສອບລະບົບແຈ້ງເຕືອນໄພ ແລະ ການປະສານງານລະຫວ່າງ ບໍລິສັດ-ພາກລັດ-ຊຸມຊົນ ໃຫ້ມີຄວາມວ່ອງໄວ ແລະ ຖືກຕ້ອງ.
2. ຄວາມເຂົ້າໃຈ: ຊ່ວຍໃຫ້ປະຊາຊົນເຂົ້າໃຈຄວາມໝາຍຂອງສັນຍານເຕືອນໄພ ແລະ ເສັ້ນທາງອົບພະຍົບໄປຫາ “ຈຸດປອດໄພ” ທີ່ກຳນົດໄວ້.
3. ຄວາມພ້ອມ: ເພີ່ມຄວາມໝັ້ນໃຈໃຫ້ແກ່ທຸກພາກສ່ວນໃນການຮັບມືກັບສະຖານະການຈິງທີ່ອາດເກີດຂຶ້ນໃນລະດູຝົນນີ້.
ຜ່ານການກວດກາ ແລະ ຝຶກຊ້ອມໃນຄັ້ງນີ້, THPC ຢືນຢັນຄວາມພ້ອມ 100 ເປີເຊັນ ໃນການບໍລິຫານຈັດການນໍ້າຢ່າງມີວິຊາສະເພາະ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ເພື່ອຮັບປະກັນຄວາມປອດໄພ ແລະ ຄວາມໝັ້ນຄົງໃຫ້ແກ່ພໍ່ແມ່ປະຊາຊົນຕະຫຼອດລະດູຝົນປີ 2026 ນີ້.
08/04/2026
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ປະຕິບັດພັນທະໃຫ້ລັດຖະບານຢ່າງຕັ້ງໜ້າ
ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ (THPC) ໄດ້ມອບພັນທະປະຈຳປີ 2025 ໃຫ້ແຂວງບໍລິຄໍາໄຊ ລວມມູນຄ່າທັງ ໝົດຫຼາຍກວ່າ 21 ລ້ານ ໂດລາສະຫະລັດ ແລະ 76 ລ້ານບາດ (ສະກຸນເງິນໄທ), ໃນນັ້ນລວມມີອາກອນກໍາໄລປະຈໍາປີ 2025 ຈໍານວນ 19.53 ລ້ານໂດລາສະຫະລັດ ແລະ ຄ່າພາກຫຼວງ ງວດທີໜຶ່ງ ປະຈໍາປີ 2026 ຈໍານວນ 2.38 ລ້ານໂດລາສະຫະລັດ ແລະ 76.10 ລ້ານບາດ.
ພິທີມອບເງິນດັ່ງກ່າວໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 07 ເມສາ 2026 ຢູ່ທີ່ ຫ້ອງວ່າການປົກຄອງແຂວງບໍລິຄໍາໄຊ ເປັນກຽດມອບເງິນໂດຍທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ, ຜູ້ອຳນວຍການໃຫ່ຍບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ແລະ ຮັບໂດຍ ທ່ານ ຄຳແຫວນ ປັນຍານຸວົງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ, ໂດຍມີການເຂົ້າຮ່ວມເປັນສັກຂີພິຍານຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງບໍລິຄຳໄຊ ແລະ ພະນັກງານບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ.
ໃນພິທີ ທ່ານ ປອ ຈີ່ຊົ່ງ ຈື່ຫວ່າໄຊກິ ໄດ້ກ່າວວ່າ “ ໃນຖານະເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ, ບໍລິສັດ ບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ຍາມໃດກໍ່ຍຶດໝັ້ນຢ່າງໜັກແໜ້ນໃນການປະຕິບັດພັນທະດ້ານພາສີອາກອນຂອງຕົນຕາມສັນຍາສໍາປະທານ, ລະບຽບກົດໝາຍຂອງ ສປປ ລາວ ແລະ ຫຼັກປະຕິບັດສາກົນທີ່ດີທີ່ສຸດ ຊຶ່ງຕະຫຼອດໄລຍະເວລາ 28 ປີ ຜ່ານມາ ບໍລິສັດ ໄດ້ຕັ້ງໜ້າປະຕິບັດພັນທະຂອງຕົນໄດ້ເປັນຢ່າງຖືກຕ້ອງເປັນປະຈໍາ ເພື່ອນຳເອົາເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ປະກອບສ່ວນເຂົ້້າໃນການພັດທະນາເສດຖະກິດສັງຄົມຂອງປະເທດ, ດຳເນີນທຸລະກິດໃນຂະແໜງພະລັງງານໄຟຟ້ານໍ້າຕົກແບບຍືນຍົງຂອງ ສປປ ລາວ, ສ້າງລາຍຮັບໃຫ້ແກ່ປະເທດຊາດ, ພັດທະນາຊັບພະຍາກອນມະນຸດ ແລະ ຍົກລະດັບຂີດຄວາມສາມາດທາງດ້ານວິຊາການ, ປົກປັກຮັກສາສິ່ງແວດລ້ອມ, ພັດທະນາຊຸມຊົນ ແລະ ຮັບປະກັນວ່າພື້ນຖານໂຄງລ່າງຂອງເຂື່ອນໄຟຟ້າຍັງເປັນໂຄງການທີ່ໄດ້ມາດຖານສາກົນກ່ອນຈະມອບໂອນຄືນໃຫ້ລັດຖະບານ ເມື່ອສິ້ນສຸດສັນຍາສຳປະທານ”
ໃນພິທີ ທ່ານ ຄຳແຫວນ ປັນຍານຸວົງ, ປະທານຄະນະກຳມະການປົກຄອງແຂວງບໍລິຄຳໄຊ ໄດ້ກ່າວສະແດງຄວາມຂອບໃຈມາຍັງບໍລິສັດ ເທີນ-ຫີນບູນ ພາວເວີ ຈຳກັດ ທີ່ໄດ້ມອບພັນທະໃຫ້ແຂວງບໍລິຄຳໄຊໃນຄັ້ງນີ້ ຊຶ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ແຂວງຫຼາຍດ້ານ ໂດຍສະເພາະແມ່ນປັດໃຈທີ່ຈະເຮັດໃຫ້ແຂວງບໍລິຄຳໄຊບັນລຸເປົ້າໝາຍການເກັບລາຍຮັບໃນແຕ່ລະປີ ອີກດ້ານໜຶ່ງແມ່ນເພື່ອເປັນການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງບໍລິຄຳໄຊ.
20/03/2026
An opportunity for you to get experiences